ຜູ້ນຳອິນໂດເນເຊຍສັ່ງຊື້ລະບົບ ເຕືອນໄພສຶນາມິໃໝ່ທັງໝົດ

ປະທານາທິບໍດີ ໂຈໂກ ວິໂດໂດ ສັ່ງຊື້ລະບົບເຕືອນໄພສຶນາມິໃນອິນໂດເນເຊຍໃໝ່ທັງໝົດ ຫລັງເກີດເຫດທໍລະນີພິບັດໄພ ເຊິ່ງເປັນຜົນຈາກດິນຖະຫລົ່ມທີ່ພູເຂົາໄຟໃນຊ່ອງແຄບຊຸນດາ ໃນວັນທີ 22 ທັນວາຜ່ານມາ ຂ້າຊີວິດປະຊາຊົນເກືອບ 400 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂຈໂກ ວິໂດໂດ ລົງພື້ນທີ່ເມືອງປັນແດກລັງ ໃນແຂວງບັນເຕິນ ແຄມຝັ່ງທາງຕາເວັນຕົກສຽງເໜືອຂອງເກາະຊະວາ ໃນວັນທີ 24 ທັນວານີ້ ເຊິ່ງເປັນໜຶ່ງໃນພື້ນທີ່ໄດ້ຮັບຄວາມເສຍຫາຍຫລາຍທີ່ສຸດຈາກສຶນາມິ ເຊິ່ງເກີດຂຶ້ນໃນຄືນວັນທີ 22 ທັນວາ ເປັນຜົນຈາກດິນຖະຫລົ່ມໃຕ້ທະເລບໍລິເວນພູເຂົາໄຟອານັກກຣາກາຕົວ ເຊິ່ງເປັນສາຂາ ຫລື ພູເຂົາໄຟລູກຂອງພູເຂົາໄຟກຣາກາຕົວ ທີ່ຕັ້ງຢູ່ກາງຊ່ອງແຄບຊຸນດາ ລະຫວ່າງເກາະສຸມາດຕາກັບເກາະຊະວາ ຂ້າຊີວິດປະຊາຊົນຢ່າງໜ້ອຍ 373 ຄົນ, ໄດ້ຮັບບາດເຈັບຫລາຍກວ່າ 1.000 ຄົນ ແລະ ຍັງສູນຫາຍອີກຢ່າງໜ້ອຍ 128 ຄົນວ່າ: ທ່ານໄດ້ສັ່ງໃຫ້ສຳນັກງານອຸຕຸນິຍົມວິທະຍາ ແລະ ທໍລະນີຟີຊິກຂອງອິນໂດເນເຊຍ (BMKG) ປ່ຽນລະບົບເຕືອນໄພສຶນາມິ ໂດຍການຊື້ໃໝ່ທັງໝົດ.
ຜູ້ນຳອິນໂດເນເຊຍ ກ່າວວ່າ: ທ່ານຕ້ອງການລະບົບຊຸດໃໝ່ທີ່ສາມາດເຝົ້າລະວັງ ແລະ ກວດຈັບການເກີດສຶນາມິໄດ້ລະອຽດກວ່າທີ່ເປັນຢູ່, ເຖິງວ່າຜູ້ຊ່ຽວຊານຫລາຍຄົນຍອມຮັບວ່າ: ສຶນາມິຢູ່ຊ່ອງແຄບຊຸນດາຄັ້ງນີ້ຍາກແກ່ການເຕືອນໄພລ່ວງໜ້າ ເນື່ອງຈາກເກີດຈາກດິນຖະຫລົ່ມໃຕ້ທະເລໃກ້ພູເຂົາໄຟ ແລະ ເກືອບບໍ່ເຄີຍເກີດຂຶ້ນມາກ່ອນຢູ່ພູເຂົາໄຟຈະເປັນສາເຫດຂອງສຶນາມິ. ຂະນະທີ່ BMKG ຍອມຮັບວ່າ: ລະບົບທີ່ມີຢູ່ກວດຈັບໄດ້ສະເພາະສຶນາມິທີ່ເກີດຂຶ້ນຈາກແຜ່ນດິນໄຫວເທົ່ານັ້ນ. ສຳນັກງານບໍລິຫານແກ້ໄຂໄພພິບັດແຫ່ງຊາດ (BMPB) ຍອມຮັບວ່າ: ລະບົບກວດຈັບ ລວມເຖິງທຸ່ນເຕືອນໄພບາງສ່ວນໃຊ້ການບໍ່ໄດ້ມາແຕ່ປີ 2012.

