ໂອບາເມຍອງ ນັກເຕະຂອງ ບາເຊໂລນາ ຖືກໂຈນບຸກຂຶ້ນບ້ານ ກວດເອົາຊັບສິນມີຄ່າ ແລະ ລົດສ່ວນໂຕໄປ ເສຍຫາຍຢ່າງຫລວງຫລາຍ

ປີແອ -ເອເມີຣິກ ໂອບາເມຍອງ ກອງໜ້າໄວ 33 ປີ ຊອງ ບາເຊໂລນາ ໄດ້ຖືກໂຈນ​ຮ້າຍ 4 ຄົນ ​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລາວ​ ໃນ​ກາງ​ດຶກ​ຂອງ​ວັນທີ 28 ສິງຫາ ທີ່ຜ່ານ​ມາ, ທີ່​ເມືອງ ບາເຊໂລນາ ປະເທດສະເປນ ໃນຂະນະທີ່ລາວ ແລະ ຄອບຄົວອາໄສຢູ່ໃນເຮືອນຫລັງນັ້ນໃນຕອນກາງເວັນ ຢ່າງບໍ່ເກັງກົວ.

ໂດຍ El Pais, ສື່ທ້ອງຖິ່ນຂອງສະເປນລາຍງານວ່າ ກຸ່ມຄົນຮ້າຍທັງ 4 ຄົນ ​ໄດ້​ລັກລອບ​​ປີນ​ເຂົ້າ​ໄປ​ທາງສວນຫລັງ​ບ້ານ​ຂອງ ໂອບາເມຍອງ ​ກ່ອນ​ທີ່ຄົນຮ້າຍຈະບຸກເຂົ້າ​ໄປ​ຫາຊາຍ​ໄວ 33 ປີ ​ແລະ​ ຄອບຄົວ​ຂອງ​ລາວ ​ໂດຍ​ໃຊ້​ອາວຸດ​ປືນ ​ແລະ ທ່ອນ​ເຫລັກ​​ເພື່ອ​ຂົ່ມຂູ່​ເຂົາ​ເຈົ້າ. ນອກຈາກນີ້ລາຍງານຍັງກ່າວຕື່ມວ່າ ໂອບາເມຍອງ ໄດ້ຖືກຄົນຮ້າຍທຳຮ້າຍຮ່າງກາຍເລັກໜ້ອຍ. ກ່ອນທີ່ຈະລັກເອົາເຄື່ອງເພັດພອຍ, ຕາມດ້ວຍການຫລົບໜີຈາກບ່ອນເກີດເຫດດ້ວຍລົດ Audi A3 ສີຂາວຂອງ ໂອບາເມຍອງ.

ຈາກເຫດການດັ່ງກ່າວ, ໂອບາເມຍອງ ແລະ ຄອບຄົວ ໄດ້ແຈ້ງຕຳຫລວດຮຽບຮ້ອຍແລ້ວ. ໂດຍຢູ່ໃນຂັ້ນຕອນການເກັບກຳຂໍ້ມູນຫລັກຖານ ແລະ ຈັບຕົວຜູ້ກະທຳຜິດມາດຳເນີນຄະດີຕໍ່ໄປ.