ແມນຢູ ສົນໃຈຄວ້າຜູ້ຮັກສາປະຕູ ເບນຟີກາ ເຝົ້າເສົາແທນທີ່ ເດ ເຄອາ

ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ພວມໃຫ້ສົນໃຈທີ່ຈະເຊັນສັນຍາກັບ ໂອດິສຊຽສ ວະລາໂຊດິມອສ ຜູ້ຮັກສາປະຕູ ເບນຟີກາ ໄປເຝົ້າເສົາ ຕາມລາຍງານເມື່ອວັນທີ 5 ກຸມພາທີ່ຜ່ານມາ.
ລະດູການນີ້ ຜູ້ຮັກສາປະຕູອາຍຸ 28 ປີ ພວມສ້າງຜົນງານໄດ້ຢ່າງດີເດ່ັນກັບ ເບນຟີກາ ແລະ ການທີ່ ວະລາໂຊດິມອສ ເຫລືອສັນຍາເຖິງປີ 2024 ນັ້ນ ກໍເຮັດໃຫ້ ເບນຟີກາ ພ້ອມຈະປ່ອຍລາວອອກໄປໃນລະດູຮ້ອນຫາກໄດ້ຂໍ້ສະເໜີທີ່ເຫມາະສົມ.
ໃນໄລຍະທີ່ຜ່ານມາ ດາບິດ ເດ ເຄອາ ຜູ້ຮັກສາປະຕູຊາວສະເປນ ຂອງ ແມນເຊສເຕີ ຢູໄນເຕັດ ຕົກເປັນຂ່າວກັບການຍ້າຍອອກຈາກຖິ່ນ ໂອນ ແທຣບຟອດ ມາຕະຫລອດ ເຊ່ິງຫາກຕັດສິນໃຈຍ້າຍອອກໄປແທ້ໆ ວະລາໂຊຕິມອສ ກໍເປັນຕົວເລືອກທີ່ສຸດຍອດໃນການເຂົ້າມາຮັບຕຳແໜ່ງມື 1 ແທນ.
ເທນ ຮາກ ພວມສ້າງທີມສາຍເລືອດໃຫມ່ ແລະ ສະແດງໃຫ້ເຫັນວ່າ ບໍ່ງໍ້ນັກເຕະທີ່ບໍ່ມີໃຈຫລິ້ນໃຫ້ກັບ ແມນຢູ ຍົກຕົວຢ່າງກໍລະນີຂອງ ຄຣິສຕຽນໂນ ໂຣນັລໂດ ທີ່ຍອມປ່ອຍອອກໄປດ້ວຍການຍົກເລີກສັນຍາ ແລະ ຫາກ ເດ ເຄອາ ຢາກຍ້າຍທີມລາວກໍຄົງບໍ່ດຶງແນ່ນອນ.
ສຳລັບ ວະລາໂຊດິມໍ ສາມາດສ້າງສະຖິຕິໄດ້ເຖິງ 18 ຄລີນຊິດ ຈາກການລົງເຝົ້າເສົາໃຫ້ກັບ ເບນຟີກາ ລວມທຸກລາຍການໃນລະດູການນີ້.

