ແຈ້ງການນຳໃຊ້ເອກະສານ, ຫລັກຖານສຳລັບການຊຳລະ ສິນຄ້າ ແລະ ບໍລິການເຂົ້າ-ອອກຜ່ານທະນາຄານ ເຂົ້າໃນການແຈ້ງການພາສີ

ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ນະໂຍບາຍ ການເງິນ-ເງິນຕາຂອງລັດຖະບານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນການຊໍາລະເງິນຕາຕ່າງປະເທດ ຜ່ານລະບົບທະນາຄານຢູ່ ສປປ ລາວ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ ແລະ ສາມາດກວດສອບໄດ້.

ລັດຖະມົນຕີກະຊວງການເງິນ ອອກແຈ້ງການ ດັ່ງນີ້ :
1. ຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ, ຜູ້ນໍາເຂົ້າ-ສົ່ງອອກ ຕ້ອງປະກອບເອກະສານ, ຫຼັກຖານການຊໍາລະຄ່າສິນຄ້າ ແລະ ບໍລິການ ທີ່ນໍາເຂົ້າ-ສົ່ງອອກ ກັບຕ່າງປະເທດ ຜ່ານທະນາຄານດ້ວຍວິທີການຊໍາລະຕ່າງໆ ເຊັ່ນ: Letter of Credit-LC ຫຼື ລະບົບ Swift, CIPS ຫຼື ລະບົບການຊໍາລະອື່ນ ເຂົ້າໃນການແຈ້ງພາສີ ເປັນລາຍລະອຽດໃນລະບົບ ASYCUDA ໂດຍໃຫ້ບັນທຶກຊື່ທະນາຄານ (Bank’s Name), ວິທີການຊໍາລະ, ເລກທີ, ວັນທີ ທີ່ດໍາເນີນທຸລະກໍາ ອ້າງອີງໃນການຊໍາລະຂອງທະນາຄານທີ່ໃຫ້ບໍລິການ ໃສ່ຕ້ອງຂໍ້ມູນ ທາງດ້ານການເງິນ ແລະ ທະນາຄານ (Financial and Banking Data/Transaction Reference Number) ໃນຫ້ອງທີ 28 ຂອງໃບແຈ້ງພາສີເປັນລາຍລະອຽດ. ກໍລະນີຜູ້ແຈ້ງພາສີ ບໍ່ປ້ອນຂໍ້ມູນໃສ່ຫ້ອງດັ່ງກ່າວ ລະບົບຈະບໍ່ຮັບຮອງການແຈ້ງພາສີໂດຍອັດຕະໂນມັດ;

2. ຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ, ຜູ້ນໍາເຂົ້າ-ສົ່ງອອກ ສິນຄ້າຜ່ານດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ ຕ້ອງເປີດ ແລະ ນໍາໃຊ້ບັນຊີເງິນຝາກສະເພາະ ເພື່ອຮອງຮັບການຊໍາລະໃນການນໍາເຂົ້າ-ສົ່ງອອກ ສິນຄ້າ ແລະ ບໍລິການ ກັບທະນາຄານທຸລະກິດ ໃນ ສປປ ລາວ ຕາມໃບອະນຸຍາດດໍາເນີນທຸລະກິດຈາກ ຂະແໜງການທີ່ກ່ຽວຂ້ອງ, ຫ້າມນໍາໃຊ້ບັນຊີສ່ວນຕົວ, ບັນຊີອື່ນ ຫຼື ບັນຊີອື່ນນອກລະບົບ ຢູ່ຕ່າງປະເທດເຄື່ອນໄຫວ ໂດຍບໍ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ;

3. ກ່ຽວກັບ ການນໍາເຂົ້າ-ສົ່ງອອກຂອງສະຖານທູດ, ອົງການຈັດຕັ້ງສາກົນ, ການຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມຂອງລັດຖະບານ, ເຄື່ອງຮັບໃຊ້ໃນວຽກງານ ປກຊ-ປກສ, ການຜ່ານແດນສາກົນ, ການນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ການຄ້ໍາປະກັນ (IM8) ບໍ່ຈໍາເປັນຕ້ອງປ້ອນຂໍ້ມູນດັ່ງກ່າວລົງໃນຫ້ອງທີ 28 ຂອງໃບແຈ້ງພາສີເປັນລາຍລະອຽດ;

4. ສໍາລັບເຈົ້າຫນ້າທີ່ພາສີ ທີ່ຮັບຜິດຊອບຄຸ້ມຄອງການແຈ້ງ ຕ້ອງໄດ້ດໍາເນີນການກວດກາທາງດ້ານເອກະສານ ແລະຫຼັກຖານ ກ່ຽວກັບການຊໍາລະ ເຊັ່ນ: ຊື່ທະນາຄານ, ວິທີການຊໍາລະ, ເລກທີ, ວັນທີ ດໍາເນີນທຸລະກໍາທີ່ອ້າງອີງໃນການຊໍາລະ, ຊຶ່ງຜູ້ແຈ້ງພາສີ ໄດ້ຄັດຕິດກັບຊູດເອກະສານໃບແຈ້ງພາສີເປັນລາຍລະອຽດ ແລ້ວສົມທຽບກັບ ຂໍ້ ມູນໃນຫ້ອງທີ 28 ຂອງລະບົບ ASYCUDA ຈຶ່ງດໍາເນີນການຮັບຮອງການແຈ້ງພາສີເປັນລາຍລະອຽດຕາມລະບຽບການ;

5. ມອບໃຫ້ກົມພາສີ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ແນະນໍາໃຫ້ຜູ້ແຈ້ງພາສີ, ຜູ້ບໍລິການແຈ້ງພາສີ, ຜູ້ນໍາເຂົ້າ-ສົ່ງອອກ, ເຈົ້າຫນ້າທີ່ພາສີ ແລະ ອົງການຈັດຕັ້ງສັງຄົມຮັບຊາບຢ່າງທົ່ວເຖິງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມີຄວາມຄ່ອງຕົວ ແລະ ມີປະສິດທິຜົນສູງ;

6. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 01 ຕຸລາ 2022 ເປັນຕົ້ນໄປ.