ປກສ ເມືອງຄອບ ກັກຕົວໂຊເຟີລົດບັນທຸກ ພ້ອມຍືດຢາບ້າ ເກືອບ 13 ລ້ານເມັດ

ຂ່າວເມືອງຄອບ ລາຍງານວັນທີ 15 ກັນຍາ 2025 ວ່າ: ວັນທີ 10 ກັນຍາ 2025 ເວລາປະມານ 6:30 ນາທີ ເຈົ້າໜ້າທີ່ປະຈໍາຢູ່ຈຸດກວດກາສາມແຍກບ້ານຫາດງາມ ເມືອງຄອບ ແຂວງໄຊຍະບູລີ ໄດ້ພົບເຫັນລົດບັນທຸກ 12 ລໍ້ ຍີ່ຫໍ້ ເຈຟານ ສີນໍ້າຕານ ບໍ່ມີປ້າຍທະບຽນ, ມຸ່ງໜ້າມາແຕ່ເມືອງປາກທາ ແຂວງບໍ່ແກ້ວ. ມາຮອດຈຸດກວດກາທາງເຈົ້າໜ້າທີ່ຈຶ່ງໄດ້ສົ່ງສັນຍານໃຫ້ຈອດລົດເພື່ອ ກວດກາແຕ່ລົດຄັນດັ່ງກ່າວ ບໍ່ໃຫ້ຄວາມຮ່ວມມື ແລະ ໄດ້ຂັບຜ່ານເຂົ້າມາທາງເມືອງຄອບ.
ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂັບຂີ່ລົດຈັກໄລ່ນໍາຫລັງ ຈຶ່ງພົບເຫັນລົດຄັນດັ່ງກ່າວຈອດຢູ່ຈຸດສາມແຍກບ້ານມ່ວງດອນມູນ ເມືອງຄອບ ແຂວງໄຊຍະບູລີ. ພາຍຫລັງທີ່ເຈົ້າໜ້າທີ່ໄປຮອດ ຜູ້ກ່ຽວແມ່ນໄດ້ໂດດລົງຈາກລົດ ແລ້ວເອົາຕົວລົບໜີເຂົ້າປ່າຊ້າ ບ້ານມ່ວງດອນມູນ ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງຄອບ ຈຶ່ງໄດ້ ໄລ່ຊອກຫາຈົນຮອດ ເວລາ 13:40 ນາທີ ຈຶ່ງກັກຕົວເປົ້າໝາຍໄດ້ 1 ຄົນຊື່ທ້າວ ຄົວ ຢາງ ອາຍຸ 28 ປີ ອາຊີບປະຊາຊົນ, ເຊື້ອຊາດລາວ, ສັນຊາດລາວ, ເຜົ່າມົ້ງ ຢູ່ບ້ານ ຫ້ວຍດິນຈີ່ ເມືອງ ປາກທາ ແຂວງ ບໍ່ແກ້ວພ້ອມຂອງກາງຢາບ້າທີ່ຊຸກເຊື່ອງໄວ້ໃນລົດບັນທຸກຈໍານວນ 64 ເປົາ, ເທົ່າກັບ 12,742,000 ເມັດ (ສິບສອງລ້ານເຈັດແສນສີ່ໝື່ນສອງພັນເມັດ) ພ້ອມກັບລົດບັນທຸກສິບສອງລໍ້ບໍ່ມີປ້າຍທະບຽນ, ຍີ່ຫໍ້ເຈຟານ, ສີນໍ້າຕານ 1 ຄັນ ແລະ ໂທລະສັບມືຖື 02 ເຄື່ອງ.
ຜ່ານການສືບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ ເຫັນວ່າລົດບັນທຸກຄັນດັ່ງກ່າວແມ່ນຈະຂົນສົ່ງຢາບ້າແຕ່ແຂວງບໍ່ແກ້ວໄປສົ່ງໃຫ້ລູກຄ້າທີ່ຢູ່ນະຄອນຫລວງວຽງຈັນ.
ທີ່ມາ: ສະຖານີວິທະຍຸຊຸມຊົນ ເມືອງຄອບ

