ກົດລະບຽບໃໝ່ ການເຂົ້າອອກເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ວັນທີ 22 ສິງຫາ 2022 ນີ້ ເຂດ ເສດຖະກິດພິເສດ ສາມຫຼ່ຽມຄໍາ ອອກແຈ້ງການວ່າດ້ວຍລະບຽບການເຂົ້າ-ອອກເຂດ 3 ຫຼ່ຽມຄຳ ເພື່ອເປັນການຟື້ນຟູເສດຖະກິດ ແລະ ສົ່ງເສີມວຽກງານການທ່ອງທ່ຽວ-ການຄ້າໃຫ້ມີການພັດທະນາ ແລະ ສ້າງ ສິ່ງອໍານວຍຄວາມສະດວກໃຫ້ແຂກ-ຄົນ, ຜູ້ປະກອບການທຸລະກິດ, ເຈົ້າໜ້າທີ່ລັດຖະການ, ກໍ່ຄືບຸກຄົນທົ່ວໄປທີ່ມີຈຸດ ປະສົງ ຫຼື ຄວາມຈໍາເປັນ ເຂົ້າ-ອອກ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງ ບໍ່ແກ້ວ ແລະ ສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຈຶ່ງໄດ້ຕົກລົງ ປັບປຸງລະບຽບການ ເຂົ້າ-ອອກ ເຂດ ເສດຖະກິດພິເສດ ສາມຫຼ່ຽມຄໍາ ໂດຍເລີ່ມປະຕິບັດນັບແຕ່ວັນທີ: 22 ສິງຫາ 2002 ເປັນຕົ້ນໄປ, ລະອຽດມີດັ່ງນີ້:

1) ສືບຕໍ່ກໍານົດເອົາປະຕູໂຂງເບີ 1 ເປັນບ່ອນກວດກາຄົນ ແລະ ພາຫະນະ ເຂົ້າ-ອອກ ເຂດ, ໄລຍະເວລາແມ່ນ 07:00ໂມງ -21:00 ໂມງ, ເຊິ່ງພົນລະເມືອງລາວ ແມ່ນສາມາດເຂົ້າ-ອອກໄດ້ໂດຍບໍ່ຕ້ອງລົງທະບຽນ, ຖ່າຍຮູບ ຫຼື ນໍາໃຊ້ ບັດທ່ຽວຊົມ ແລະ ບັດຜ່ານປະຕູ, ເວລາ 21:00 ໂມງ-7:00 ໂມງເຊົ້າ ແມ່ນໃຫ້ໂຈະການເຂົ້າ-ອອກ, ກໍລະນີມີ ຄວາມຈໍາເປັນ ຕ້ອງໄດ້ແຈ້ງຜ່ານເຈົ້າໜ້າທີ່ກ່ຽວຂ້ອງ (ຄະນະຄຸ້ມຄອງ, ສະພາບໍລິຫານເຂດ ຫຼື ເຈົ້າໜ້າທີ່ປະຈໍາຈຸດກວດກາ ເຂົ້າ-ອອກ ຫຼື ນອນພັກຂ້າມຄືນຈຶ່ງອອກມື້ໃໝ່ (ມື້ຕໍ່ໄປ), ແຕ່ຫ້າມມາເຮັດວຽກ ຫຼື ມາອອກແຮງງານ;
2) ການເຂົ້າ-ອອກ ຂອງຄົນຕ່າງປະເທດ, ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ ຍັງສືບຕໍ່ໃຫ້ແຈ້ງລົງທະບຽນຜ່ານຄະນະຄຸ້ມຄອງ ຫຼື ສະພາບໍລິຫານ ຫຼື ເຈົ້າໜ້າທີ່ປະຈໍາຈຸດກວດກາ ເຂົ້າ-ອອກ;
3) ສໍາລັບແຮງງານພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາເຮັດວຽກຢູ່ພາຍໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ:ໃຫ້ເຂົ້າຜ່ານປະຕູໂຂງເບີ 4 (ທາງເກົ່າຊື້ຂຶ້ນມາຈາກບ້ານພຽງງາມ) ແມ່ນຕ້ອງໄດ້ລົງທະບຽນກັບເຈົ້າໜ້າທີ່ຄຸ້ມຄອງ ແຮງງານຂອງເຂດ, ກວດພະຍາດໂຄວິດ-19, ກວດສຸຂະພາບ ແລະ ໃຫ້ພາກສ່ວນທີ່ນໍາໃຊ້ແຮງງານມາປະກອບເອກະສານ ແລະ ຮັບເອົາເຂົ້າເຂດ, ກໍານົດເວລາແມ່ນ: 10:00-18:00 ໂມງແລງ;
4) ສໍາລັບລົດຂົນສົ່ງສິນຄ້າ, ຂົນສົ່ງເຄື່ອງກໍ່ສ້າງ ແລະ ລົດກົນຈັກທຸກປະເພດ: ໃຫ້ເຂົ້າ-ອອກ ປະຕູໂຂງເບີ 2 (ຢູ່ຫ່າງຈາກປະຕູໂຂງເບີ 1 ຂຶ້ນໄປທາງບ້ານມອມກົງກັນຂ້າມໂຮງງານຂົບຫີນຜາ);
5) ຫ້າມບຸກຄົນ ແລະ ຍານພາຫະນະທີ່ເຂົ້າ-ອອກ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ນໍາເອົາວັດຖຸອັນຕະລາຍ ແລະສິ່ງຜິດກົດຫມາຍທຸກຊະນິດເຂົ້າເຂດເສດຖະກິດພິເສດ ສາມຫຼ່ຽມຄໍາຢ່າງເດັດຂາດ, ລວມທັງສິ່ງເສບຕິດ, ອາວຸດເສິກ ວັດຖຸມີຄົມ, ວັດຖຸໄວໄຟທຸກຊະນິດ, ໃນກໍລະນີທີ່ເຈົ້າໜ້າທີ່ ແລະ ພາກສວ່ນທີ່ກ່ຽວຂ້ອງກວດກາພົບເຫັນແມ່ນຈະບໍ່ອະນຸຍາດໃຫ້ເຂົ້າໃນເຂດ ແລະ ສົ່ງມອບໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງດໍາເນີນຄະດີຕາມລະບຽບກົດຫມາຍ;
6) ແຈ້ງການສະບັບນີ້ປ່ຽນແທນແຈ້ງການຂອງ ຄະນະຄຸ້ມຄອງເຂດ ເສດຖະກິດພິເສດ ແຂວງບໍ່ແກ້ວ, ສະບັບເລກທີ:255/ຄຂສພ.ບກ, ລົງວັນທີ: 25 ພຶດສະພາ 2002, ວ່າດ້ວຍເປີດການເຂົ້າ-ອອກ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ

ດັ່ງນັ້ນ, ຈຶ່ງແຈ້ງເພື່ອຊາບ ແລະ ໃຫ້ທຸກພາກສ່ວນໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດຕາມເນື້ອໃນຂອງ ແຈ້ງການສະບັບນີ້.