ແຂວງອຸດົມໄຊ ຈູດທຳລາຍ ຢາບ້າ 2 ລ້ານກວ່າເມັດ ພ້ອມຢາເສບຕິດອີກຫລາຍລາຍການ ໃນວັນແຫ່ງຊາດຕ້ານຢາເສບຕິດ

ວັນທີ 12 ຕຸລາ 2023, ພັອ ດວງຈັນ ໄຊວຸດ ຮອງກອງບັນຊາການ ຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ລາຍງານ ໃນພິທີໂຮມຊຸມນຸມສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 22 ປີ (12 ຕຸລາ 2001 – 12 ຕຸລາ 2023)ວ່າ:
“ ຢາເສບຕິດທີ່ນຳມາຈູດທຳລາຍຄັ້ງນີ້ ແມ່ນຢາເສບຕິດທີ່ສານປະຊາຊົນໄດ້ຕັດສິນຄະດີຢ່າງເດັດຂາດ ແລ້ວ ລວມມີ ເຮໂລອິນ ຫຼາຍກວ່າ 29 ກິໂລກຣາມ, ຢາບ້າ 2.600.000 ກວ່າເມັດ, ຢາບ້າເປັນແປ້ງຝຸ່ນສີແດງຍັງບໍ່ທັນໄດ້ອັດເປັນເມັດຫຼາຍກວ່າ 9 ກິໂລກຣາມ, ຢາໄອ 3 ຫໍ່, ເຄຕາມິນ ເກືອບ 9 14 ກຣາມ (13,9), ກັນຊາອັດແຫ້ງ 1 ແທ່ງ, ແປ້ງຝຸ່ນ 142 ກິໂລກຣາມກວ່າ, ນໍ້າຢາເຄມີ 6 ແກັດ, ສີປະສົມອາຫານ 03 ເປົາ ແລະ ຖົງຢາງໃສ່ຢາບ້າ ( ຖົງເປົ່າ ) ຈໍານວນ 5 ເປົາ, ຢາຝິ່ນ 11 ກິໂລກຣາມ ແລະ ເປືອກໝາກຝິ່ນ 17 ກິໂລກຣາມ “
ພ້ອມນີ້ຍັງໄດ້ຍົກໃຫ້ຮູ້ເຖິງສະພາບການລະບາດຂອງຢາເສບຕິດທີ່ແຜ່ລາມຢ່າງກ້ວາງຂວາງ ຈາກຕົວເມືອງ ໄປສູ່ ຊົນນະບົດ ໃນລະດັບທີ່ແຕກຕ່າງກັນ ກາຍເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ທັງເປັນອຸປະສັກກົດໜ່ວງຖ່ວງດຶງການສ້າງສາພັດທະນາປະເທດຊາດ ນຳເອົາຄວາມເສຍຫາຍມາສູ່ຄອບຄົວ, ຄົນຮຸ່ນສືບທອດ ແລະ ປະຊາຊົນລາວບັນດາເຜົ່າ.
#ຂ່າວພາຍໃນລາວພັດທະນາ #ແຂວງອຸດົມໄຊ #ຈູດທຳລາຍຢາເສບຕິດ

