ລີບັງຍົກເລີກກົດໝາຍ ແຕ່ງດອງໜີໂທດຄະດີຂົ່ມຂືນ
ລີບັງເປັນປະເທດຫລ້າສຸດຢູ່ຕາເວັນອອກກາງ ທີ່ຍົກເລີກກົດໝາຍ ເຊິ່ງອາດຊ່ວຍໃຫ້ຜູ້ຕ້ອງຫາໃນຄະດີຂົ່ມຂືນໄດ້ຮັບການຍົກເວັ້ນໂທດ ຖ້າແຕ່ງດອງກັບຜູ້ເສຍຫາຍ.
+ ຊອກດານີຍົກເລີກກົດໝາຍ ໃຫ້ຄົນຮ້າຍຂົ່ມຂືນພົ້ນໂທດ ຖ້າແຕ່ງດອງກັບເຫຍື່ອ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເບຣຸດ ປະເທດລີບັງ ໃນວັນທີ 17 ສິງຫາວ່າ: ກອງປະຊຸມສະພາຜູ້ແທນລາສະດອນຂອງລີບັງມີມະຕິສຽງສ່ວນຫລາຍ ໃນວັນທີ 16 ສິງຫາ ໃຫ້ຍົກເລີກມາດຕາ 522 ຂອງປະມວນກົດໝາຍອາຍາ ທີ່ເປີດໂອກາດໃຫ້ຜູ້ຕ້ອງຫາໃນຄະດີຂົ່ມຂືນຫລຸດພົ້ນຈາກການຖືກກລົງໂທດຕາມກົດໝາຍ ຖ້າແຕ່ງດອງກັບຜູ້ເສຍຫາຍ. ຖືເປັນປະເທດຫລ້າສຸດໃນຕາເວັນອອກກາງທີ່ຍົກເລີກກົດໝາຍດັ່ງກ່າວ ຕໍ່ຈາກຊອກດານີ ເຊິ່ງຍົກເລີກໃນຕົ້ນເດືອນນີ້. ເຖິງຢ່າງໃດກໍຕາມ, ການແຕ່ງດອງກັບເດັກຍັງເປັນເລື່ອງຖືກກົດໝາຍຢູ່ລີບັງ.
ຂະນະທີ່ປະເທດທຳອິດເຊິ່ງຍົກເລີກກົດໝາຍດັ່ງກ່າວຄືເອຢິບ ໃນປີ 1999, ຕໍ່ມາແມ່ນມາຣົກ ເຊິ່ງຍົກເລີກໃນປີ 2014 ຫລັງເກີດເຫດຍິງສາວອາຍຸ 16 ປີ ຂ້າຕົວຕາຍ ແລະ ຍິງສາວອາຍຸ 15 ປີ ພະຍາຍາມຂ້າຕົວຕາຍ ພາຍຫລັງຖືກບັງຄັບໃຫ້ແຕ່ງດອງກັບຄົນຮ້າຍທີ່ຂົ່ມຂືນພວກເຂົາ ແລະ ຕຸຍນີຊີຍົກເລີກກົດໝາຍດຽວກັນໃນເດືອນກໍລະກົດຜ່ານມາ, ກ່ອນຊອກດານີຈະຍົກເລີກໃນຕົ້ນເດືອນນີ້ເຊັ່ນກັນ ເຫລືອພຽງອີຣັກ, ກູເວດ, ບາເຣນ, ຊີຣີ ແລະ ອານເຊນີ ທີ່ຍັງບັງຄັບໃຊ້ກົດໝາຍນີ້ຢູ່.

