ຈີນລະເບີດຄູກັນນໍ້າໃນແມ່ນໍ້າ ຊູ (Chuhe) ແຂວງ ອັ່ນຮຸຍ ເພື່ອລະບາຍນໍ້າ

ຂ່າວໂທລະພາບຂອງຈີນຊ່ອງ CCTV ໃຫ້ຮູ້ວັນທີ 19 ກໍລະກົດນີ້, ອຳນາດການປົກຄອງ ຢູ່ທາງພາກກາງຂອງຈີນ ໄດ້ທຳການລະເບີດຄູກັນນໍ້າໃນແມ່ນໍ້າ ຊູ (Chuhe) ແຂວງ ອັ່ນຮຸຍ ເພື່ອລະບາຍນໍ້າອອກຈາກເຂື່ອນ ເພາະປະລິມານນໍ້າໃນເຂື່ອນຂຶ້ນສູງ ແລະ ມີຄວາມອັນຕະລາຍຕໍ່ຕົວເຂື່ອນ ອັນເນື່ອງມາຈາກຝົນຕົກໜັກ ນໍ້າໄຫຼຊຸແຮງ ເຮັດໃຫ້ມີຜູ້ເສຍຊີວິດ 23 ຄົນ ແລະ ຕ້ອງອົບພະຍົບໜີນໍ້າຖ້ວມ 1,7 ລ້ານຄົນ. ຜົນເສຍຫາຍຈາກໄພພິບັດນໍ້າຖ້ວມຄັ້ງນີ້ຄາດວ່າຢູ່ທີ່ 7 ຕື້ໂດລາ.

