ສະພາບອາກາດ ແລະລະດັບນໍ້າ ໄລຍະວັນທີ 15-21 ສິງຫາ 2022 ແລະ ຄາດຄະເນສະພາບອາກາດ ແຕ່ວັນທີ 22-28 ສິງຫາ 2022

ສະພາບອາກາດໂດຍທົ່ວໄປ ໃນໄລຍະວັນທີ 15-17 ສິງຫາ 2022 ຄວາມ ກົດດັນອາກາດຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍ ກໍາລັງປານກາງ ຊຶ່ງໄດ້ເຮັດໃຫ້ອາກາດຮ້ອນຂຶ້ນ ແລະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນໃນໄລຍະວັນທີ 19-21 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຫລືຮ່ອງຝົນ ໄດ້ພາດຜ່ານຢູ່ແຂວງພາກ ເໜືອດ້ານຕາເວັນຕົກ ລົງຫາພາກກາງ ແລະພາກໃຕ້ຂອງປະເທດລາວ ຊຶ່ງໄດ້ເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕຕາເວັນຕົກ ລົງຫາພາກກາງ ແລະພາກໃຕ້. ຈາກສະພາບຝົນຕົກໜັກ ຫາ ໜັກຫລາຍ ໃນໄລຍະວັນທີ 20-21 ສິງຫາ 2022 ໄດ້ເຮັດໃຫ້ມີນໍ້າຖ້ວນອັ່ງຢູ່ຫລາຍບໍລິເວນ ເຂດເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ແລະ ເກີດມີດິນເຈື່ອນຢູ່ແຂວງ ພາກເໜືອ ເມືອງນ່ານ ແຂວງຫລວງພະບາງ, ເມືອງໄຊສະຖານ ແຂວງໄຊຍະບູລີ.


ສະພາບລະດັບນໍ້າແມ່ນໍ້າຂອງ ແລະແມ່ນໍ້າສາຂາ ໃນໄລຍະວັນທີ 15-21 ສິງຫາ 2022 ພາກເໜືອເຫັນໄດ້ວ່າ ລະດັບນໍ້າແຕ່ລະສະຖານີແມ່ນໄດ້ ຫລຸດລົງໃນຊ່ວງຕົ້ນຫາກາງອາທິດ ແລ້ວໄດ້ເພີ່ມຂຶ້ນໃນທ້າຍອາທິດ ຍົກເວັ້ນສາຖານີນໍ້າອູ ເມືອງງອຍ ລະດັບນໍ້າແມ່ນຫລຸດລົງໃນໜຶ່ງອາທິດ ຜ່ານມາ. ພາກກາງ ນໍ້າງື່ມ ສະຖານີພຽງຫລວງ, ທ່າລາດ, ປາກກະຍຸງ ແລະ ເວີນຄໍາ ລະດັບນໍ້າແມ່ນຫລຸດລົງແຕ່ຕົ້ນຫາທ້າຍອາທິດ ສ່ວນສະຖານີ ນາບົງ ລະດັບນໍ້າແມ່ນເພິ່ມຂຶ້ນໃນຊ່ວງກາງອາທິດ. ນໍ້າງຽບ ເມືອງໃໝ່, ນໍ້າຊັນ ເມືອງເກົ່າ ແລະ ນໍ້າກະດິງ ໂພນສີ ເຫັນໄດ້ວ່າແຕ່ລະສະຖານີ ລະດັບນໍ້າແມ່ນໄດ້ເພີ່ມຂຶ້ນແຕ່ຕົ້ນ ຫາທ້າຍອາທິດ. ພາກໃຕ້ ເຊໂດນ ເຫັນໄດ້ວ່າແຕ່ລະສະຖານີລະດັບນໍ້າແມ່ນຫລຸດລົງໃນຊ່ວງຕົ້ນຫາກາງ ອາທິດ ແລ້ວໄດ້ເພີ່ມຂຶ້ນທ້າຍອາທິດ. ເຊບັ້ງຫຽງ ລະດັບນໍ້າແມ່ນໄດ້ເພີ່ມ ຂຶ້ນໃນຊ່ວງທ້າຍອາທິດ. ເຊກອງ ລະດັບນໍ້າແຕ່ລະສະຖານີ ແມ່ນເພີ່ມຂຶ້ນ ໃນຊ່ວງທ້າຍອາທິດ ຍົກເວັ້ນສະຖານີລະມາມ ລະດັບນໍ້າຫລຸດລົງແຕ່ຕົ້ນ ຫາທ້າຍອາທິດ.

ຄາດຄະເນສະພາບອາກາດ ໃນໄລຍະຕົ້ນອາທິດ ວັນທີ 22-26 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານຢູ່ແຂວງພາກເໜືອ ດ້ານຕາເວັນອອກຂອງ ປະເທດລາວ ສົມທົບກັບລົມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງ ຖິ່ນແຂວງພາກເໜືອ. ຈາກນັ້ນໃນໄລຍະກາງ ຫາທ້າຍອາທິດ ວັນທີ 24-28 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ປ່ອງເຂົ້າສູ່ລົມພາຍຸເຂດຮ້ອນທີ່ກໍາລັງກໍໂຕ ຢູ່ເຂດທະເລຈີນໃຕ້ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມ ກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະພາກກາງ.

ຈາກສະພາບຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ນໍ້າຖ້ວມ ແລະ ດິນເຈື່ອນ ເນື່ອງຈາກວ່າ ໃນໄລຍະວັນທີ 25-26 ສິງຫາ 2022 ລົມມໍລະສຸມ ຕາເວັນຕົກສຽງໃຕ້ຈະເພີ່ມກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ໃນແຂວງພາກເໜືອ ດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ ນໍ້າຖ້ວມຊຸ ນໍ້າຖ້ວມຍຶ່ງ ແລະ ດິນເຈື່ອນ ເນື່ອງຈາກຈະມີ ຝົນຕົກໜັກຕິດຕໍ່ກັນຫລາຍວັນ. ພ້ອມໃຫ້ຕິດຕາມຂ່າວພະຍາກອນ ອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.