ກຳນົດ 7 ເປົ້າໝາຍເພື່ອສູ້ຊົນສ້າງ ກຳລັງປ້ອງກັນຄວາມສະຫງົບໃຫ້ໄດ້ໜ່ວຍພັກຕົວແບບຢ່າງເປັນຮູບປະທໍາ

ສະຫາຍ ພົຕ ວັນທອງ ກອງມະນີ, ກໍາມະການສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ປກສ ຕໍ່ກອງປະຊຸມສະຫຼຸບ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ໃນວັນທີ 23 ກຸມພາ 2023 ຜ່ານມານີ້ວ່າ: 
ເພື່ອຮັກສາມູນເຊື້ອ ແລະ ເປັນທິດເຍືອງທາງໃນການປັບປຸງ-ກໍ່ສ້າງພັກ ໃຫ້ໜັກແໜ້ນ, ເຂັ້ມແຂງ ເທື່ອລະກ້າວນັ້ນຮຽກຮ້ອງໃຫ້ບັນດາສະຫາຍທັງໝົດ ໃນຖານະເປັນພະນັກງານນໍາພາ-ບັນຊາ ຍິ່ງຕ້ອງເພີ່ມທະວີຄວາມຮັບຜິດຊອບ, ຄວາມຮັບຮູ້-ເຂົ້າໃຈຕໍ່ວຽກງານດັ່ງກ່າວໃຫ້ເລິກເຊິ່ງ, ພ້ອມທັງສືບຕໍ່ຄົ້ນຄວ້າ, ສະເໜີທິດນໍາ, ວິທີການ ແລະ ມາດຕະການຕົວຈິງ ເພື່ອແກ້ໄຂບັນຫາບົກຜ່ອງ, ຂໍ້ຄົງຄ້າງ ເພື່ອຍົກລະດັບຄຸນນະພາບໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ເລິກເຊິ່ງຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ບາງບັນຫາຕື່ມດັ່ງນີ້:
1. ກ່ອນອື່ນໝົດເຮົາຕ້ອງເຂົ້າໃຈຢ່າງເລິກເຊິ່ງວ່າ: ພັກ ນໍາພາກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເດັດຂາດ, ໂດຍກົງ ແລະ ຮອບດ້ານ; ພັກ ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ ໃຫ້ເປັນກໍາລັງທີ່ສັດຊື່ ແລະ ຈົງຮັກພັກດີຢ່າງເດັດຂາດຕໍ່ພັກ, ຕໍ່ປະເທດຊາດ; ເປັນກໍາລັງຫຼັກແຫຼ່ງໃຫ້ແກ່ປວງຊົນລາວທັງຊາດໃນການປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.
2. ການປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນນັ້ນ ເປັນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ, ທັງເປັນການເລັ່ງທວງຂອງສະຖານະການຄວາມຈໍາເປັນທີ່ແທ້ຈິງຂອງພັກ-ລັດ, ຂອງປະເທດຊາດ; ສະນັ້ນ, ບັນດາສະຫາຍທີ່ເປັນຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງຊ່ວຍກັນກວດກາຄືນບັນດາຈຸດອ່ອນ, ຂໍ້ບົກຜ່ອງຂອງວຽກງານນີ້ຢ່າງມີຄວາມຮັບຜິດຊອບ, ບໍ່ຄວນປະໃຫ້ການຈັດຕັ້ງຂອງພວກເຮົາອ່ອນເພຍ, ອ່ອນແອ, ຂາດຄວາມຮັບຜິດຊອບ ແລະ ຂາດຄວາມເປັນແບບຢ່າງໃຫ້ມະຫາຊົນ; ຫຼາຍສະຫາຍ, ຫຼາຍໜ່ວຍພັກທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ແຕ່ກວດເບິ່ງຕົວຈິງແລ້ວພັດຍັງມີບັນຫາຫຍໍ້ທໍ້ແອບແຝງຢູ່, ຄະນະພັກ, ສະມາຊິກພັກຈໍານວນໜຶ່ງມີການປະພຶດທີ່ບໍ່ດີ, ບໍ່ທັນເປັນແບບຢ່າງ, ບໍ່ເປັນແວ່ນແຍງທີ່ດີໃຫ້ແກ່ມະຫາຊົນ; ສະນັ້ນ, ເຖິງເວລາແລ້ວທີ່ບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະນັກງານຫຼັກ ແຫຼ່ງຢູ່ບັນດາຮາກຖານພັກຕ້ອງເດັດຂາດແກ້ໄຂຍິ່ງໄວຍິ່ງດີ, ອັນນີ້ແມ່ນການເລັ່ງທວງຕົວຈິງຂອງພັກເຮົາ.
3. ບັນດາສະຫາຍໃນຖານະເປັນພະນັກງານນໍາພາ-ບັນຊາ, ພະນັກງານຜູ້ທີ່ເຮັດວຽກພັກ-ວຽກງານການເມືອງ ຈົ່ງຝຶກຝົນຫຼໍ່ຫຼອມຄວາມໜັກແໜ້ນຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ສ້າງຄວາມເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມເດັດດ່ຽວ, ເດັດຂາດຕໍ່ກົນອຸບາຍຂອງພວກອິດທິກໍາລັງປໍລະປັກ, ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍໃນທຸກສະພາບການໃໝ່.
4. ຄະນະພັກແຕ່ລະຂັ້ນ ຕ້ອງເອົາໃຈໃສ່ວຽກງານກໍ່ສ້າງພັກ, ຍົກສູງຄວາມສາມາດນໍາພາຂອງຕົນໃຫ້ສູງຂຶ້ນ ບົນພື້ນຖານຢຶດໝັ້ນຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກໃຫ້ເຂັ້ມງວດ ແລະ ເປັນປົກກະຕິ ໂດຍສະເພາະແມ່ນປະຕິບັດຫຼັກການຕິຊົມຕົນເອງ ແລະ ຕິຊົມກັນ; ຖືເອົາວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນວຽກບູລິມະສິດ ແລະ ເປັນໃຈກາງ ໃນການນໍາພາ-ຊີ້ນໍາຂອງຕົນ; ເພີ່ມທະວີຄວາມຮັບຜິດຊອບຊີ້ນໍາອົງການທີ່ເປັນເສນາທິການຂັ້ນຕົ້ນໃນການຄົ້ນຄວ້າ, ຜັນຂະຫຍາຍນິຕິກໍາຂອງຂັ້ນເທິງມາເປັນຂອງຂັ້ນຕົນ, ພ້ອມທັງເອົາໃຈໃສ່ໃນການເຜີຍແຜ່ເຊື່ອມຊຶມ, ແນະນໍາ, ຕິດຕາມ, ກວດກາ ແລະ ຊຸກຍູ້ຢ່າງແຂງແຮງ ໃນການຈັດຕັ້ງປະຕິບັດໃນແຕ່ລະປີ; ກໍານົດເປັນຂໍ້ແຂ່ງຂັນລະຫວ່າງໜ່ວຍພັກໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ, ຜ່ານຂະບວນການດັ່ງກ່າວ ໃຫ້ສາມາດສ້າງໄດ້ກົມກອງດີເດັ່ນ, ໜ່ວຍພັກຕົວແບບດ້ານຕ່າງໆທີ່ສາມາດຖອດຖອນບົດຮຽນ ແລະ ຜັນຂະຫຍາຍໄປສູ່ກົມກອງອື່ນ; ປີ 2023 ສູ້ຊົນສ້າງໃຫ້ໄດ້ໜ່ວຍພັກຕົວແບບຢ່າງເປັນຮູບປະທໍາ, ເປັນຕົ້ນຕົວແບບດ້ານການສ້າງພະລາທິການ, ດ້ານການປະຕິບັດລະບຽບວິໄນຂອງກໍາລັງ, ດ້ານການປະຕິບັດໜ້າທີ່ວິຊາສະເພາະ.
5. ການຕີລາຄາປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕ້ອງບົນພື້ນຖານມາດ ຕະຖານ, ເງື່ອນໄຂ ແລະ ຜົນສໍາເລັດຕົວຈິງໃນການນໍາພາ-ຊີ້ນໍາ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ; ຫຼີກເວັ້ນການຕີລາຄາແບບຜິວເຜີນ, ຮູບການ ແລະ ລັກສະນະສະເລ່ຍ, ຊອກໃຫ້ເຫັນບຸກຄົນ ແລະ ການຈັດຕັ້ງດີເດັ່ນ, ເປັນແບບຢ່າງນໍາໜ້າຢ່າງແທ້ຈິງ.
6. ເພີ່ມທະວີການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ ເປັນປົກກະຕິ ເຊິ່ງວຽກງານດັ່ງກ່າວນີ້ແມ່ນໜຶ່ງໃນພາລະບົດບາດນໍາພາຂອງພັກ, ມີການນໍາພາຈຶ່ງມີການກວດກາ, ມີການກວດກາຈຶ່ງມີການນໍາພາ; ສະນັ້ນ, ຄະນະພັກຕ້ອງເປັນຜູ້ຊີ້ນໍາ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ກັບວຽກງານດັ່ງກ່າວໃຫ້ແຂງແຮງ ແລະ ເຂັ້ມງວດ.
7. ບັນດາສະຫາຍຕ້ອງເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຮັບປະກັນໃຫ້ຄະ ນະພັກໄດ້ນໍາພາຖືກຕ້ອງຕາມແນວທາງຂອງພັກ ແລະ ປະຕິບັດມະຕິຂັ້ນຂອງຕົນເຂົ້າສູ່ວຽກງານຕົວຈິງໃຫ້ມີຜົນສໍາເລັດຢ່າງແທ້ຈິງ.
ບັນຫາທີ່ກ່າວມາທັງໝົດນັ້ນ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງສຸມສະຕິປັນຍາເຂົ້າໃນການແກ້ໄຂບັນຫາທີ່ຂາດຕົກບົກຜ່ອງ, ຊອກໄດ້ວິທີການ ແລະ ມາດຕະການທີ່ເໝາະສົມ ເພື່ອປັບປຸງວຽກງານໃຫ້ມີການຫັນປ່ຽນທີ່ແຂງແຮງ ແລະ ມີຄຸນນະພາບດີຂຶ້ນເທື່ອລະກ້າວ.
ຂ່າວ: ວາະສານປ້ອງກັນຄວາມສະຫງົບ