ອັນເຊລັອດຕິ ຢືນຢັນ ກາເຊມີໂຣ ອຳລາ ຣຽວ ມາດຣິດ ຫາຄວາມທ້າທາຍໃຫມ່

ຄາໂຣ ອັນເຊລັອດຕິ ຜູ້ຈັດການທີມ ຣຽວ ມາດຣິດ ຢືນຢັນວ່າ ກາເຊມີໂຣ ກອງກາງທີມຊາດບຣາຊິລ ຕ້ອງການຍ້າຍອອກຈາກ ຣຽວ ມາດຣິດ ເພື່ອຫາຄວາມທ້າທາຍໃຫມ່ ທ່າມກາງກະແສຂ່າວກັບ ແມນເຊສເຕີ ຢູໄນເຕັດ.

ໂດຍ ກາເຊມີໂຣ ຕົກເປັນຂ່າວຢ່າງຫນັກວ່າກຽມຍ້າຍເຄື່ອງຂອງໄປຢູ່ກັບ ແມນເຊສເຕີ ຢູໄນເຕັດ ດ້ວຍຄ່າຕົວ 60 ລ້ານຢູໂຣ ພ້ອມສາມາດບັນລຸເງື່ອນໄຂສ່ວນຕົວກັບແມນຢູ ໄດ້ແລ້ວ.

ຈົນຫລ້າສຸດ ອັນເຊລັອດຕິ ໄດ້ໃຫ້ສຳພາດເຖິງອະນາຄົດຂອງດາວເຕະອາຍຸ 30 ປີ ກ່ອນເກມພົບກັບ ເຊລຊີ ບີໂກ ໃນ ລາ ລີກາ ສະເປນ ວັນທີ 20 ສິງຫານີ້ ໂດຍຢືນຢັນວາ ກາເຊມີໂຣ ຕ້ອງການອຳລາທີມເພື່ອຫາຄວາມທ້າທາຍໃຫມ່ ‘‘ ຂ້ອຍໄດ້ລົມກັບ ກາເຊມີໂຣ ແລ້ວ ລາວຕ້ອງການລອງຄວາມທ້າທາຍຄັ້ງໃຫມ່ ເຮົາຈຶ່ງເຂົ້າໃຈການຕັດສິນໃຈຂອງລາວ ’’.

‘‘ ການເຈລະຈາຍັງດຳເນີນຕໍ່ໄປ ແຕ່ລາວຕັດສິນໃຈຍ້າຍອອກຈາກ ຣຽວ ມາດຣິດ ພວກເຮົາຮັກລາວ ແລະ ເຄົາລົບແຜນການ ຂອງລາວ ກາເຊມີໂຣ ຈະບໍ່ໄດ້ຫລິ້ນເກມວັນເສົາ ເມື່ອວານຂ້ອຍຫາກໍຮູ້ວ່າມັນເປັນເລື່ອງຈິງ ( ການຍ້າຍໄປ ແມນຢູ ຂອງ ກາເຊມີໂຣ ) ’’.

ທັງນີ້ ຜູ້ຈັດການທີມຊາວອິຕາລີ ຍັງລະບຸຕື່ມວ່າ ຣຽວ ມາດຣິດ ຈະບໍ່ຫາຕົວແທນຂອງ ກາເຊມີໂຣ ເນື່ອງຈາກພໍໃຈກັບແຜນກອງ ກາງຂອງທີມທີ່ມີ 6 ຄົນໃນຂະນະນີ້.