ທີມດັງໃນພຣີເມຍລີກອັງກິດ ໄດ້ສະແດງຄວາມເສຍໃຈກັບເຫດການ ຄົນຮ້າຍຍິງຜູ້ບໍລິສຸດທີ່ຈັງຫວັດນະຄອນຣາດຊະສີມາປະເທດໄທ

ອີງຕາມການລາຍງານຂອງສຳນັກຂ່າວດັງໃນປະເທດໄທໄດ້ໃຫ້ຮູ້ວ່າ : ເມື່ອວັນທີ 8 ກຸມພານີ້ ໄດ້ມີເຫດການຄົນຮ້າຍໄດ້ບຸກໄປ Terminal 21 ຮ້າງດັງໃນໂຄຣາດ (ປະເທດໄທ) ພ້ອມທັ້ງກໍ່ເຫດໃຊ້ອາວຸດສົງຄາມກວດຍິງຜູ້ບໍລິສຸດໄດ້ເສຍຊີວິດ 30 ຄົນ ແລະບາດເຈັບຫຼາຍກວ່າ 57 ຄົນ ທາງເຈົ້າໜ້າທີ່ໄດ້ລະດົມກຳລັງເຂົ້າຈັບກຸມຄົນຮ້າຍພ້ອມວິສາມັນໄດ້ເປັນທີ່ຮຽບຮ້ອຍ
ຕໍ່ເຫດການສະເທືອນໃຈດັ່ງກ່າວ ທາງສະໂມສອນບານເຕະຊື່ດັງຂອງພຣີເມຍລີກອັງກິດ ເຊັ່ນ: ອາເຊນອລ,ລີເວີ້ພລູ,ແມນເຊັດເຕີ ຢູໄນເຕັດ ແລະ ທອດແນມ ຮອດສະເປີ ໄດ້ໂພສຂໍ້ຄວາມທາງເພຈເຟດບຸກທາງສະໂມສອນສະແດງເຖີງຄວາມເສຍໃຈຕໍ່ເຫດການດັ່ງກ່າວແລະສະແດງຄວາມເສຍໃຈຕໍ່ຍາດຕິພີ່ນ້ອງທີ່ໄດ້ຮັບບາດເຈັບແລະເສີຍຊີວິດ

ສະໂມສອນບານເຕະລີເວີ້ພລູໄດ້ໂພສທາງເພຈເຟດບຸກສະໂມສອນວ່າ: ຂໍສະແດງຄວາມເສຍໃຈກັບເຫດການໃນຈັງຫວັດນະຄອນຣາດຊະສີມາ ປະເທດໄທ ເຮົາຂໍສະແດງຄວາມຫ່ວງໃຍໄປເຖີງຄອບຄົວຜູ້ບາດເຈັບແລະຊີວິດທຸກທ່ານ ສະໂມສອນລີເວີ້ພລູຂໍເປັນກຳລັງໃຈແລະເຮົາຈະຜ່ານເລື່ອງນີ້ໄປພ້ອມກັນ #YNWA #PrayForKorat
ສະໂມສອນບານເຕະ
ອາເຊນອລ,ແມນເຊັດເຕີ ຢູໄນເຕັດ,ທອດແນມຮອດ ສະເປີ ຕ່າງກໍ່ໂພສຜ່ານທາງເພຈເຟດບຸກວ່າ:
ຂໍສະເເດງຄວາມເສຍໃຈກັບເຫດການທີ່ຈັງຫວັດນະຄອນຣາດຊະສີມາ ແລະ ຂໍເປັນກຳລັງໃຈໃຫ້ຄອບຄົວລວມເຖີງຜູ້ຄົນທີ່ສູນເສຍໃນຈັງຫວັດດັ່ງກ່າວໃຫ້ຜ່ານສະຖານະການທີ່ຍາກລຳບາກນີ້ໄປໃຫ້ໄດ້ #PrayForKorat


ນອກຈາກນີ້ ຍັງມີທີມໃນ ລາລີກາ ສະເປນ ແລະ ບຸນເດສລີກາ ເຢລະມັນ ລີກບານເຕະຊື່ດັ່ງຂອງທະວີບເອີຣົບ ເຊັ່ນດຽວກັນກັບສະໂມສອນບານເຕະໄທລີກ ຕ່າງກໍ່ໂພສຂໍ້ຄວາມຮ່ວມໄວ້ອາໄລຕໍ່ເຫດການສະເທືອນຂວັນໃນຄັ້ງນີ້ດ້ວຍ.

