ວັນທີ 18/08/2017 ທີມຊາດລາວ U23 ຈະລົງແຂ່ງຂັນນັດທີ 2 ພົບກັບ ທີມຊາດ U23 ສິງກະໂປຣ ເວລາ 15:00 (ໂມງລາວ)

ວັນທີ 18/08/2017 ທີມຊາດລາວ U23 ຈະລົງແຂ່ງຂັນນັດທີ 2 ພົບກັບ ທີມຊາດ U23 ສິງກະໂປຣ ເວລາ 15:00 (ໂມງລາວ) ແຂ່ງຂັນຢູ່ທີ່ສະຫນາມ UM ARENA STADIUM ເຊີງ ປະຈຸບັນທີມຊາດ ສິງກະໂປຣ ເຕະໄປແລ້ວ 2 ນັດ ພົບກັບເຈົ້າພາບມາເລເຊຍ ແລະ ມຽນມ້າ ເສຍໄປສອງນັດລວດ ( 2-1 ແລະ 2-0) ໃນຂະນະທີ່ ທີມຊາດລາວເພີ່ງເຕະໄປ ວັນທີ 17/8 ເສຍໃຫ້ ມຽນມ້າ ໄປຢ່າງຫນ້າເສຍດາຍ 3-1 ຊຶ່ງ ເຮັດໃຫ້ມ້ຽນມ້າເກັບໄດ້ 3 ຄະແນນ ແລະ ມີຄະແນນລວມ 6 ຄະແນນ ເປັນຜູ້ນຳຂອງກຸ່ມ A. ທີ 2 ມີ 6 ຄະແນນ ຈາກ ມາເລເຊຍ ຊະນະ 2 ນັດຊ້ອນ.
ສະນັ້ນນັດ ລາວ ພົບ ກັບ ສິງກະໂປຣ ນີ້ຈະເປັນນັດສຳຄັນຂອງທັງສອງູຄູ່ທີ່ຕ້ອງການໄຊຊະນະ ຖ້າໃຜເສຍມີຫວັງ ຕົກຮອບ.
ຫລັງຈາກພົບກັບສິງກະໂປຣ ທີມຊາດລາວເຮົາຈະໄດ້ພັກໄປ 3 ວັນ ແລະ ຈະກັບມາເຕະໃຫມ່ໃນວັນທີ 21/08 ພົບກັບ U23 ບຼຣນາຍ ແລະ ນັດສຸດທ້າຍ ແມ່ນວັນທີ 23/08 ພົບກັບເຈົ້າພາບ ມາເລເຊຍ

