ນາທານ ອາເກ້ ຕໍ່ສັນຍາກັບ ແມນຊິຕີ້ ຈົນເຖິງປີ 2027 ຢ່າງທາງການ

ແມນເຊັສເຕີ ຊິຕີ້ ແຊ້ມ ພຣີເມຍລີກ ອັງກິດ 2022/23 ປະກາດຢືນຢັນວ່າ ນາທານ ອາເກ້ ກອງຫລັງທີມຊາດເນເທີແລນ ຕົກລົງຂະຫຍາຍສັນຍາບານເຕະໃນຖິ່ນ ເອຕິຮັດ ຈົນເຖິງລະດູຮ້ອນປີ 2027 ຢ່າງເປັນທາງການ. ໃນວັນເສົາ 29 ກໍລະກົດ ທີ່ຜ່ານມາ.

ເຊິ່ງກ່ອນນີ້ກອງຫລັງໄວ 28 ປີ ມີສັນຍາຈົນຮອດທ້າຍເດືອນມິຖຸນາ 2025, ແຕ່ ແມນເຊັສເຕີ ຊິຕີ້ ຕ້ອງການໃຫ້ສັນຍາສະບັບໃໝ່ກັບເຂົາ. ເພື່ອເປັນການຕອບແທນຜົນງານສໍາລັບການປະຕິບັດທີ່ດີເລີດທີ່ເປັນຫນຶ່ງໃນແກນຫລັກຂອງທີມງານຄວ້າສາມແຊ້ມຂອງລະດູການທີ່ຜ່ານມາ.

ອາເກ້ ຍ້າຍມາຈາກ ບອນມັດ ໃນປີ 2020 ແລະ ລົງຫລິ້ນໃຫ້ກັບ “ເຮືອໃບ” ໄປແລ້ວທັງໝົດ 81 ນັດ ຍິງໄດ້ 7 ປະຕູ ແລະ ເປີດເຜີຍຫລັງຕໍ່ສັນຍາວ່າ: “ນີ້ແມ່ນສະໂມສອນທີ່ດີທີ່ສຸດໃນໂລກ ຂ້າພະເຈົ້າບໍ່ມີຄວາມສົງໃສໃນເລື່ອງນີ້ເລີຍ ການເປັນນັກເຕະຂອງ ແມນເຊັສເຕີ ຊິຕີ້ ເຮັດໃຫ້ຂ້ອຍມີຄວາມພູມໃຈຢ່າງບໍ່ຫນ້າເຊື່ອໃນທຸກໆມື້.