ສິງກະໂປນຳເຂົ້າພະລັງງານໝູນວຽນຈາກລາວ

ສິງກະໂປເລີ່ມນຳເຂົ້າພະລັງງານໝູນວຽນຈາກ ສປປ ລາວ ໂດຍຜ່ານໄທ ແລະ ມາເລເຊຍ ເຊິ່ງຖືເປັນຈຸດເລີ່ມຕົ້ນການຄ້າ “ພະລັງງານໄຟຟ້າ” ພະຫຸພາຄີ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ເປັນຄັ້ງທຳອິດຂອງສິງກະໂປທີ່ນຳເຂົ້າພະລັງງານໝູນວຽນ.

ການນຳເຂົ້າພະລັງງານໝູນວຽນ (Renewable Energy) ຂອງສິງກະໂປ ເປັນໂຄງການລິເລີ່ມຊື້ຂາຍໄຟຟ້າລະຫວ່າງປະເທດຂອງ 4 ປະເທດສະມາຊິກອາຊຽນ ປະກອບມີ: ສປປ ລາວ, ໄທ, ມາເລເຊຍ ແລະ ສິງກະໂປ (Lao PDR-Thailand-Malaysia-Singapore Power Integration Project) ເຊິ່ງເປັນໂຄງການລະຫວ່າງລັດຖະບານທີ່ຈັດຕັ້ງຂຶ້ນໃນປີ 2014 ເພື່ອສຶກສາຄວາມເປັນໄປໄດ້ຂອງການຄ້າຂາຍໄຟຟ້າຂ້າມຊາຍແດນ ໂດຍສິງກະໂປຈະນຳເຂົ້າໄຟຟ້າຈາກເຂື່ອນຂອງ ສປປ ລາວ 100 ເມກາວັດ ຫລື ປະມານ 1,5% ຂອງຄວາມຕ້ອງການໄຟຟ້າສູງສຸດຂອງສິງກະໂປໃນປີ 2020 ເພື່ອຈ່າຍໄຟໄປຕາມອາຄານຂອງເຄຫາແຫ່ງຊາດ (Housing & Development Board) ໃນແຕ່ລະປີ.

ໄຟຟ້າຈາກ ສປປ ລາວ ຈະສົ່ງຜ່ານສາຍສົ່ງໃນໄທກັບມາເລເຊຍ ອັນເປັນບາດກ້າວທຳອິດສູ່ການເຊື່ອມໂຍງເຄືອຂ່າຍລະບົບໄຟຟ້າຂອງອາຊຽນ (Asen Power Grid) ຈາກກໍລະນີທີ່ສິງກະໂປນັບລວມໄຟຟ້າຈາກເຂື່ອນເປັນພະລັງງານໝູນວຽນ ທີ່ຈະສາມາດນຳໄປໃຊ້ຄິດໄລ່ໃນຖານະແຫລ່ງພະລັງງານທີ່ປ່ອຍກາກບອນຕໍ່າ ແລະ ເຮັດໃຫ້ບັນລຸເປົ້າໝາຍການຫລຸດກາກບອນປະເທດໄດ້.

ສ່ວນການດຳເນີນງານຢູ່ພາຍໃຕ້ຂໍ້ຕົກລົງລະຫວ່າງບໍລິສັດໄຟຟ້າສິງກະໂປ “Keppel Electric” ແລະ ບໍລິສັດໄຟຟ້າລາວ (Electricite Du Laos) ຫລື EDL ໃນວັນທີ 15 ກັນຍາ 2021 ເຊິ່ງຕັ້ງເປົ້າຮ່ວມກັນໃນການສຳຫລວດໂອກາດທີ່ຈະສົ່ງອອກພະລັງງານຈາກແຫລ່ງ “ພະລັງງານໝູນວຽນ” ໄປສິງກະໂປຜ່ານການເປັນຫຸ້ນສ່ວນຂອງການຮ່ວມມື ໂດຍບໍລິສັດໄຟຟ້າລາວຈະເປັນຜູ້ສົ່ງອອກ ແລະ Keppel ເປັນຜູ້ນຳເຂົ້າໄຟຟ້າຜ່ານລະບົບສາຍສົ່ງຂ້າມແດນທີ່ມີຢູ່ໃນໄທກັບມາເລເຊຍ.

ການນຳເຂົ້າໄຟຟ້າຈາກ ສປປ ລາວ ຂອງສິງກະໂປ ເລີ່ມຕົ້ນຂຶ້ນຫລັງການແກ້ໄຂກົດລະບຽບ ແລະ ກົດໝາຍດ້ານການຄ້າ ແລະ ດ້ານເຕັກນິກ ໂດຍລັດຖະບານຂອງທັງ 4 ປະເທດສະມາຊິກອາຊຽນ ແລະ ການເຊັນສັນຍາຊື້ຂາຍລະຫວ່າງ Keppel Electric ກັບບໍລິສັດໄຟຟ້າລາວ.

ສື່ສິງກະໂປ The Straits Times ລາຍງານວ່າ: ການນຳເຂົ້າພະລັງງານໝູນວຽນມີຄວາມສຳຄັນຕໍ່ສິງກະໂປ ໃນການຊ່ວຍໃຫ້ບັນລຸເປົ້າໝາຍໂລກຮ້ອນ ຫລື ການຫລຸດແກັສເຮືອນແກ້ວ ພາຍໃຕ້ຂໍ້ຕົກລົງສາກົນວ່າດ້ວຍການປ່ຽນແປງສະພາບອາກາດໂລກ (UNFCCC) ແຕ່ໃນປັດຈຸບັນສິງກະໂປຜະລິດໄຟຟ້າຈາກແກັສທຳມະຊາດຫລາຍກວ່າ 95% ທີ່ມາຈາກແຫລ່ງພະລັງງານຟໍຊິວ ທີ່ປ່ອຍກາກບອນສູ່ຊັ້ນບັນຍາກາດ ເມື່ອຜ່ານຂະບວນການເຜົາໄໝ້ເພື່ອຜະລິດໄຟຟ້າ ເຮັດໃຫ້ຕ້ອງແບກຮັບແຮງກົດດັນໃຫ້ຕ້ອງຫລຸດການປ່ອຍກາກບອນຈາກຂະແໜງພະລັງງານ, ຂະນະທີ່ມີຂໍ້ຈຳກັດເລື່ອງພື້ນທີ່. ສຳລັບເຮັດໂຄງການໂຊລາຟາມ (Solar Farm) ຫລື ໂຄງງານຜະລິດໄຟຟ້າຈາກແສງຕາເວັນ ທັງຍັງບໍ່ສາມາດເຂົ້າເຖິງແຫລ່ງພະລັງງານໝູນວຽນອື່ນໆນຳອີກ.

ການນຳເຂົ້າໄຟຟ້າຈະຊ່ວຍປົດປ່ອຍສິງກະໂປຈາກແຮງກົດດັນ ທັງຍັງຈະຂະຫຍາຍການເຊື່ອມຕໍ່ກັບແຫລ່ງຜະລິດໄຟຟ້າຈາກພະລັງງານໝູນວຽນໃນປະເທດໃກ້ຄຽງເຊັ່ນ: ພະລັງງານລົມ ແລະ ພະລັງງານຄື້ນ ໄປພ້ອມໆກັບການເດີນໜ້າພັດທະນາເຕັກໂນໂລຊີກາກບອນຕໍ່າເຊັ່ນ: ເຕັກໂນໂລຊີການໃຊ້ແຫລ່ງເຊື້ອໄຟໄຮໂດຣເຈນ ຫລື ເຕັກໂນໂລຊີດັກຈັບ ແລະ ກັກເກັບກາກບອນຈາກອາກາດ ເຊິ່ງຍັງຢູ່ໃນຈຸດເລີ່ມຕົ້ນ.

ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ກ່າວວ່າ: ສປປ ລາວ ມີກຳລັງການຜະລິດໄຟຟ້າພະລັງນ້ຳຫລາຍກວ່າ 8.000 ເມກາວັດ ແລະ ຄາດວ່າຈະເຕີບໃຫຍ່ອີກໃນອະນາຄົດອັນໃກ້ນີ້ ເພື່ອຮອງຮັບຄວາມຕ້ອງການພາຍໃນປະເທດ ແລະ ການສົ່ງອອກໃນອະນາຄົດ. ໂຄງການນີ້ພິສູດວ່າພວກເຮົາມາຖືກທາງແລ້ວ, ໃນຂະນະທີ່ພວກເຮົາສົ່ງເສີມການພັດທະນາພະລັງງານສະອາດ ລວມທັງການໃຊ້ພະລັງງານຈາກແສງຕາເວັນ ແລະ ພະລັງງານລົມ.

ອ້າງອີງ:

https://www.nationtv.tv/news/378877621