ທ່ານ ທອງລຸນ ສີສຸລິດ ປະທານປະເທດ ຢ້ຽມຢາມສວນໝາກໄມ້ ຂອງປະຊາຊົນ ຢູ່ເມືອງນ້ຳບາກ

ວັນທີ 5 ສີງຫາ ນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະ ແລະ ການນໍາແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມ ຊຸກຍູ້ການປູກຕົ້ນໄມ້ໃຫ້ໝາກ ຂອງປະຊາຊົນ ບ້ານນໍ້າງາ ເມືອງນ້ຳບາກ ແຂວງ ຫຼວງພະບາງ ໂດຍສະເພາະການປູກໝາກເງາະ ແລະ ໝາກສົ້ມຂຽວຂອງ ທ່ານ ເພັງ ບ້ານນ້ຳງາ ໂດຍນຳໃຊ້ເນື້ອທີ່ 2 ກ່ວາເຮັກຕາ ປູກໝາກເງາະປະມານ 250 ຕົ້ນ ແລະ ປູກໝາກສົ້ມຂຽວ ປະມານ 200 ຕົ້ນ, ໃນນັ້ນ ໝາກສົ້ມຂຽວພວມເລີ່ມໃຫ້ຜົນຜະລິດ, ສ່ວນໝາກເງາະ ແມ່ນໄດ້ໃຫ້ຜົນຜະລິດແລ້ວ 7 ປີ ສະເລ່ຍລາຍຮັບປະມານ 75 ລ້ານກີບຕໍ່ປີ, ສຳລັບຂອດການຈຳໜ່າຍແມ່ນມີຄວາມສະດວກຫຼາຍ ຍ້ອນມີແມ່ຄ້າມາຊື້ກັບສວນ, ສ່ວນໃຫຍ່ແມ່ນແມ່ຄ້າຈາກແຂວງຫຼວງນ້ຳທາມາເກັບຊື້.
อาจเป็นรูปภาพของ 3 คน, ผู้คนกำลังยืน, ต้นไม้ และ กลางแจ้ง
ໂອກາດດັ່ງກ່າວນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ກັບປະຊາຊົນ ຂົງເຂດດັ່ງກ່າວ ໂດຍສະເພາະ ກໍແມ່ນຄອບຄົວຂອງທ່ານ ເພັງ ບ້ານນໍ້າງາ ທີ່ເປັນແບບຢ່າງໃນການປູກຝັງ ທັງຕົ້ນໄມ້ໃຫ້ໝາກ ແລະ ການປູກເຂົ້າຕາມລະດູຈົນໄດ້ຮັບຜົນດີ. ພ້ອມດຽວກັນນີ້ ກໍໄດ້ຊີ້ນໍາໃຫ້ອົງການປົກຄອງແຂວງ, ເມືອງ ເພື່ອຊີ້ນໍາພະນັກງານວິຊາການ ລົງຕິດຕາມໃກ້ຊິດ ໃນການພັດທະນາ ດ້ານກະສິກໍາ ແລະ ປ່າໄມ້ຢູ່ເຂດຮາກຖານ ໃຫ້ປະຊາຊົນໄດ້ຮັບການຊຸກຍູ້ສົ່ງເສີມ ການປູກ-ການລ້ຽງ ຜະລິດເປັນສິນຄ້າ ທີ່ມີຄຸນນະພາບ ສ້າງລາຍໄດ້ໃຫ້ຄອບຄົວຫຼາຍ ຂຶ້ນ, ສຸມໃສ່ການຄົ້ນຄວ້າທ່າແຮງຢູ່ພາຍໃນເມືອງ ເພື່ອພັດທະນາການປູກຕົ້ນໄມ້ໃຫ້ໝາກແບບມູນເຊື້ອ ໃຫ້ກາຍເປັນການນຳໃຊ້ເຕັກນິກ, ໂດຍນຳພາປະຊາຊົນເຮັດຕົວຈີງ ແລະ ຊ່ວຍປະຊາຊົນຜູ້ມີເງື່ອນໄຂໃຫ້ໄດ້ຮັບການສຶກສາ ຮຽນຮູ້ເຕັກນິກອັນໃໝ່ ກັບຜູ້ທີ່ປະສົບຜົນສຳເລັດແລ້ວ ແນໃສ່ເຮັດໃຫ້ເມືອງນ້ຳບາກ ໄດ້ຮັບການພັດທະນາຂຶ້ນຕື່ມອີກບາດກ້າວໜື່ງ.
อาจเป็นรูปภาพของ 10 คน, ผู้คนกำลังยืน และ กลางแจ้ง
ສຳລັບ 6 ເດືອນຕົ້ນປີນີ້ ທົ່ວເມືອງນ້ຳບາກ ມີຜະລິດຕະພັນທາງດ້ານກະສິກຳ ແລະ ປ່າໄມ້ 86 ຕື້ 505 ລ້ານກີບ ກວມເອົາ 11,42% ຂອງລວມຍອດຜະລິດຕະພັນພາຍໃນ, ສະເພາະການປູກໝາກກ້ຽງ ຊື່ງເປັນພືດທີ່ເປັນມູນເຊື້ອ ແລະ ເປັນສີນຄ້າຫຼັກຂອງເມືອງ ປັດຈຸບັນມີເກືອບ 730 ເຮັກຕາ ໃນນັ້ນ ໃຫ້ຜົນແລ້ວຫຼາຍກ່ວາ 575 ເຮັກຕາ.