ແຂວງໄຊຍະບູລີ ໄດ້ຮັບຜົນເສຍຫາຍເບື້ອງຕົ້ນຈາກນ້ຳຖ້ວມຫລາຍກວ່າ 25 ຕື້ກີບ

ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໄຊຍະບູລີ ໃນນາມກອງເລຂາຄະນະກຳມະການປ້ອງກັນ ແລະ ຄອບຄຸມໄພພິບັດຂັ້ນແຂວງ ໄດ້ລາຍງານກ່ຽວກັບຜົນເສຍຫາຍໃນເບື້ອງຕົ້ນຈາກເຫດນ້ຳຖ້ວມ ໃນວັນທີ 3 ສິງຫາ ຜ່ານມານີ້ວ່າ: ເນື່ອງຈາກໄດ້ຮັບຜົນກະທົບຈາກພະຍຸ ຊິນລາກູ ໄດ້ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫລາຍມື້ເຮັດໃຫ້ແມ່ນໍ້າສາຍຫລັກ ແລະ ສາຂາແມ່ນ້ຳຫລາຍສາຍຍຶ່ງຂຶ້ນ ເກີດມີນ້ຳຖ້ວມຂັງ ແລະ ນ້ຳຊຸ ໃນເຂດທີ່ຢູ່ອາໄສ, ຊັບສິນ ແລະ ພື້ນທີ່ທຳການຜະລິດຂອງປະຊາຊົນ, ເສັ້ນທາງ ແລະ ຂົວ ອີກຫລາຍແຫ່ງຢູ່ 8 ເມືອງ, ໃນນີ້ມີ 64 ບ້ານ ໄດ້ຮັບຜົນກະທົບໜັກ ລວມມູນຄ່າເສຍຫາຍ ໃນເມືອງຕົນຫລາຍກວ່າ 25 ຕື້ກີບຄື:
- ເມືອງໄຊຍະບູລີ: ມີ 30 ບ້ານ ໄດ້ຮັບຜົນກະທົບ, ມີເຮືອນ 11 ຫລັງ ໄດ້ຮັບຄວາມເສຍຫາຍຢ່າງໜັກ, ເນື້ອທີ່ທໍາການຜະລິດເສຍຫາຍປະມານ 187 ກວ່າເຮັກຕາ, ມີໜອງປາ ແລະ ໜອງກົບ ຖືກນໍ້າຖ້ວມ 42 ໜອງ, ມີສັດລ້ຽງ ຈຳນວນໜຶ່ງໄດ້ຮັບຄວາມເສຍຫາຍ, ຊົນລະປະທານ 3 ແຫ່ງ, ເສັ້ນທາງ 6 ເສັ້ນ, ຄູ່ກັນເຈື່ອນ 1 ແຫ່ງໄດ້ຮັບຜົນກະທົບ ລວມມູນຄ່າເສຍຫາຍທັງໝົດ 12 ຕື້ກວ່າກີບ.
- ເມືອງແກ່ນທ້າວ: ຂົວຂາດ 2 ຈຸດ ຕົກເປັນມູນຄ່າເສຍຫາຍ 495 ລ້ານກີບ.
- ເມືອງໄຊສະຖານ: ດິນເຈື່ອນຖົມເສັ້ນທາງ, ທາງເຈື່ອນ 17 ຈຸດ ລວມມູນຄ່າເສຍຫາຍ 5,5 ຕື້ກີບ.
- ນ້ຳຖ້ວມນາ 2 ບ້ານ, ມີມູນຄ່າເສຍຫາຍປະມານ 158 ກວ່າຕື້ກີບ.
- ເມືອງຄອບ: ມີ 10 ບ້ານໄດ້ຮັບຜົນກະທົບ, ມີເນືື້ອທີ່ນາປັກດຳແລ້ວ 34,40 ເຮັກຕາ ຖືກນ້ຳຖ້ວມ ຄາດວ່າຈະມີມູນຄ່າເສຍຫາຍ 312 ລ້ານກີບ.
- ເມືອງພຽງ: ນໍ້າຖ້ວມນາຂອງປະຊາຊົນໃນ 18 ບ້ານ, ລວມມີເນືື້ອທີ່ 325,41 ເຮັກຕາ, ໃນນັ້ໜມີຫລາຍກວ່າ 186 ເຮັກຕາ ເສຍຫາຍຈະຕົກເປັນມູນຄ່າປະມານ 2,55 ຕື້ກີບ.
- ເມືອງທົ່ງມີໄຊ: ມີ 10 ບ້ານໄດ້ຮັບຜົນກະທົບ, ຄາດວ່າຈະມີມູນຄ່າເສຍຫາຍ 990 ລ້ານກວ່າກີບ.
- ເມືອງເງິນ: ມີ 3 ບ້ານໄດ້ຮັບຜົນກະທົບ, ຄາດວ່າຈະມີມູນຄ່າເສຍຫາຍຫລາຍກວ່າ 47 ລ້ານກີບ.
- ເມືອງບໍ່ແຕນ: ມີ 11 ບ້ານໄດ້ຮັບຜົນກະທົບ, ມີເຮືອນ 2 ຫລັງ, ເລົ້າເຂົ້າຖືກນ້ຳຖ້ວມ 2 ຫລັງ, ເນື້ອທີ່ໄຮ່, ນາ ເສຍຫາຍ 119 ເຮັກຕາ, ສັດປີກລ້ຽງ, ໜອງປາ ແລະ ອຶ່ນໆ ໄດ້ຮັບຄວາມເສຍຫາຍຄາດວ່າຈະມີມູນຄ່າເສຍຫາຍປະມານ 2,72 ຕື້ກີບ.
ເບື້ອງຕົ້ນທາງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ເມືອງ ໄດ້ມີການຕິດຕາມເຝົ້າລະວັງ ແລະ ນຳເອົາກຳລັງ ປກສ-ປກຊ ເຂົ້າໄປຊ່ວຍເຫລືອ ປະຊາຊົນຢູ່ເຂດທີ່ມີຄວາມສ່ຽງ ເກັບມ້ຽນສິ່ງຂອງທີ່ຈຳເປັນ ແລະ ຍົກຍ້າຍປະຊາຊົນໄປໄວ້ບ່ອນທີ່ປອດໄພ ແລະ ພາຍຫຼັງລະດັບນ້ຳລົງແລ້ວ ແມ່ນໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງຕິດຕາມກວດກາ ພ້ອມທັງໄດ້ລະດົມໃຫ້ຜູ້ທີ່ໄດ້ຮັບຜົນກະທົບອານາໄມ ທີ່ຢູ່ອາໄສຂອງຕົນໃຫ້ເຂົ້າສູ່ສະພາບປົກະຕິ.

