6 ເດືອນົ້ນປີ 2022 ໄຊຍະບູລີກວດພົບ 38 ໂຄງການທີ່ບໍ່ຖືກລະບຽບກົດໝາຍ

ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ ລາຍງານ ສະພາບການປະຕິບັດວຽກງານກວດກາ 6 ເດືອນຕົ້ນປີ 2022 ເນື່ອງໃນໂອກາດ ການຢ້ຽມຢາມ ແລະ ເຮັດວຽກ ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງຂັ້ນສູນກາງ ວັນທີ 25 ກໍລະກົດ 2022 ນີ້ໃຫ້ຮູ້ວ່າ: ໄລຍະຜ່ານມາໄດ້ກວດພົບສະມາຊິກພັກ-ພະນັກງານທີ່ເຮັດຜິດຕໍ່ກົດລະບຽບຂອງພັກ, ກົດໝາຍຂອງລັດຈຳນວນໜຶ່ງ ພ້ອມທັງໄດ້ຮັບການແກ້ໄຂຜົນການກວດກາຢ່າງເໝາະສົມ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງລັດ, ດ້ານວຽກງານກວດກາລັດໄດ້ຕິດຕາມ, ກວດກາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ການກວດກາໂຄງການລົງທຶນຂອງລັດ ແລະ ໂຄງການ 10 ຕື້ຂຶ້ນມີ 47 ໂຄງການໄດ້ສຳເລັດແລ້ວ ພົບເຫັນ 38 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກກັບລະບຽບກົດໝາຍທີ່ຈະສະເໜີຫັກລົບຈຳນວນ 45,11 ຕື້ກີບ ແລະ ໂຄງການ 10 ຕື້ລົງມາ 233 ໂຄງການ, ກວດສໍາເລັດແລ້ວ 79 ໂຄງການ, ພົບເຫັນ 17 ໂຄງການ ທີ່ຈັດຕັ້ງປະຕິບັດບໍ່ສອດຄ່ອງກັບລະບຽບກົດໝາຍທີ່ຈະສະເໜີໃຫ້ຫັກລົບມູນຄ່າ 1,62 ຕື້ກີບ ແລະ ກວດກາຍັງບໍ່ທັນສຳເລັດ 154 ໂຄງການ.

ທ່ານຄຳພັນ ພົມມະທັດ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະພັກຄະນະນຳຂອງແຂວງທີ່ໄດ້ມີຜົນສຳເລັດຫຼາຍດ້ານພ້ອມທັງມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ ເປັນຕົ້ນ ການແກ້ໄຂບັນຫາເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແມ່ນເປັນໜ້າທີ່ອັນຮີບດ່ວນຕິດພັນກັບການສ້າງຄວາມປອດໃສ, ຄວາມເຂັ້ມແຂງຢູ່ພາຍໃນ, ສຳລັບວຽກງານຕິດຕາມ, ກວດກາແມ່ນໃຫ້ເອົາໃຈໃສ່ຕ້ານ, ສະກັດກັ້ນການສໍ້ລາດບັງຫຼວງ, ເລັ່ງທວງເພື່ອໃຫ້ເຫັນບົດບາດ, ຖືການສະກັດກັ້ນ ຕີຖອຍການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດໃນຖັນແຖວສະມາຊິກພັກ-ພະນັກງານທຸກລະດັບ ນັບແຕ່ຂັ້ນບ້ານຂຶ້ນມາ, ຄະນະນໍາຂອງແຂວງຜູ້ຊີ້ນໍາວຽກງານກວດກາຕ້ອງໃຫ້ເຂົ້າໃຈວ່າເປັນໜ້າທີ່ໃຈກາງ, ສໍາຄັນແມ່ນການຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ແລະ ການນຳພາຊີ້ນໍາຈາກຄະນະພັກຂັ້ນເທິງ, ແກ້ໄຂການກວດກາທີ່ມີລັກສະນະຄຸມເຄືອ, ການຊີ້ນຳແກ້ໄຂຜົນຂອງການກວດກາແກ່ຍາວ, ຕ້ອງມີເປົ້າໝາຍ, ສອດຄ່ອງກັບລະບຽບກົດໝາຍຢ່າງຈະແຈ້ງບັນຫາເກີດຂຶ້ນຢູ່ບ່ອນໃດແມ່ນໃຫ້ບ່ອນນັ້ນຮັບຜິດຊອບແກ້ໄຂ, ຖ້າບໍ່ແກ້ໄຂແມ່ນຕ້ອງແກ້ໄຂຜູ້ທີ່ບໍ່ຢາກແກ້ໄຂ, ການກວດກາຕ້ອງຕໍ່ເນື່ອງເອົາການສະກັດກັ້ນຫຼາຍກວ່າກວດກາອັນອື່ນ.