ໂຮງໝໍແຂວງຫຼວງພະບາງພົບຄວາມຫຍຸ້ງຍາກຫຼາຍດ້ານໃນການຮັບມື ໂຄວິດ-19 ລະບາດ

ອຳນວຍການໂຮງໝໍແຂວງຫຼວງພະບາງໃຫ້ຮູ້ວ່າ: ປັດຈຸບັນໂຮງໝໍແຂວງຂອງຕົນໄດ້ວາງມາດຕະການກັ່ນກອງຄົນເຈັບ ໃຫ້ມີຫ້ອງແຍກດປ່ຽວ ແລະເຂດກວດສະເພາະຜູ້ສົງໄສຫຼື ຜູ້ທີ່ຕິດເຊື້ອ ພະຍາດໂຄວິດ-19, ເພື່ອຫລຸດຜ່ອນຄວາມສ່ຽງການຕິດເຊື້ອໃສ່ຜູ້ອື່ນໆ, ແຕ່ກໍມີຄວາມຈຳກັດຫລາຍດ້ານໂດຍສະເພາະຫ້ອງແຍກປ່ຽວ, ປະຈຸບັນ ແມ່ນໄດ້ໃຊ້ເປັນຫ້ອງປີ່ນປົວຜູ້ຕິດເຊື້ອຈຳນວນ 3 ຄົນຜູ້ຕິດເຊື້ອດັ່ງກ່າວແລ້ວ, ພ້ອມນີ້ກໍຈະໄດ້ແຍກເຂດກັກຕົວກໍລະນີຜູ້ສົງໄສໄປອີກຈຸດໜື່ງ ເພື່ອບໍ່ໃຫ້ພົບພັນກັບຫ້ອງຄົນເຈັບທົ່ວໄປ ເພາະອາດຈະເຮັດໃຫ້ເກີດການຕິດເຊື້ອໄດ້ງ່າຍ, ແຕ່ທັງຫມົດນີ້ກໍນອນຢູ່ໃນເຂດຄັບແຄບ, ຖ້າຫາກມີການລະບາດໃຫຍ່ໂຮງຫມໍດັ່ງກ່າວກໍຈະມືໄດ້ຍາກ,ສ່ວນແພດປີ່ນປົວແມ່ນໄດ້ຈັດແບ່ງເປັນທີມຜັດປ່ຽນກັນປະຈຳການຕະຫຼອດ 24 ຊົ່ວໂມງໃນ 7 ວັນແລະ ພາຍຫຼັງໝົດສິດປະຈຳການແລ້ວກໍຈະໄດ້ຜັກຜ່ອນເກັບຕົວຢູ່ໃນໂຮງໝໍອີກ 14 ວັນ ເພື່ອຕິດຕາມອາການ, ແຕ່ໂດຍລວມແລ້ວ ດ້ານບຸກຄະລາກອນ ແພດຫມໍ ແລະ ສະຖານທີ່ຮອງຮັບຄົນເຈັບແມ່ນຍັງບໍ່ທັນພຽງພໍ, ຊຶ່ງຈະຕ້ອງໄດ້ມີການຂະຫຍາຍອອກຕື່ມ, ພ້ອມຍັງມີຄວາມຕ້ອງການຫຼາຍດ້ານ ເປັນຕົ້ນງົບປະມານເພື່ອຊື້ອາຫານໃຫ້ແພດຫມໍ ແລະ ຄົນເຈັບໃນແຕ່ລະມືື, ລວມທັງອຸປະກອນການແພດທີ່ຈຳເປັນອື່ນໆອີກຫຼາຍຢ່າງ ແລະ ມາຮອດປະຈຸບັນໂຮງຫມໍດັ່ງກ່າວກໍໄດ້ຮັບການຊ່ວຍເຫຼືອເບື້ອງຕົ້ນຈຳນວນໜື່ງເຊັ່ນ:ອຸປະກອນການແພດ ຈາກປະເທດເພື່ອນມິດ ແລະກະຊວງສາທາລະນະສຸກ, ລວມທັງນ້ຳໃຈຂອງປະຊາຊົນຊາວຫຼວງພະບາງ ທີ່ຕອບສະໜອງອາຫານ, ນ້ຳດື່ມ ແລະອາຫານແຫ້ງທີ່ຈຳເປັນ ແຕ່ອີງໃສ່ຄວາມຮຽກຮ້ອງຕ້ອງການແລ້ວແມ່ນ ຍັງບໍ່ທັນພຽງພໍ ຊຶ່ງ ທຸກຄົນຈະຕ້ອງໄດ້ຮ່ວມແຮງຮ່ວມໃຈສຸມໃສ່ຕ້ານພະຍາດ ໂຄວິດ-19 ໃຫ້ແຂງແຮງກ່ວາເກົ່າຈົນ ກ່ວາຈະມີສະພາບການດີຂື້ນເປັນປົກກກະຕິ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ