ສະຫະພາບເອີຣົບ ແລະ ອົງການອຸຍນີເຊບ ໄດ້ມອບອຸປະກອນ ICT ໃຫ້ແກ່ກະຊວງສຶກສາລວມມູນຄ່າກວ່າ 1,2 ລ້ານໂດລາ

ວັນທີ 25 ກໍລະກົດ 2022 ນີ້ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງການສຶກສາ ແລະ ກິລາ ຂອງ ສປປ ລາວ (LESMIS) ຢ່າງເປັນທາງການ, ເຊິ່ງເປັນລະບົບດີຈິຕອນ ທີ່ຈະຊ່ວຍອຳນວຍຄວາມສະດວກໃນການເຂົ້າເຖິງຂໍ້ມູນດ້ານການສຶກສາ, ວິທະຍາສາດ ແລະ ກິລາ ໃນ ສປປ ລາວ ຢ່າງວ່ອງໄວ ເພື່ອຊ່ວຍສະໜັບສະໜູນການຕິດຕາມ, ປະເມີນຜົນ ແລະ ກຳນົດນະໂຍບາຍຕ່າງໆຂອງຂະແໜງການ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ຂັ້ນສູນກາງ ຮອດທ້ອງຖິ່ນ ເຂົ້າຮ່ວມເປີດນຳໃຊ້ລະບົບດັ່ງກ່າວ.
ສະຫະພາບເອີຣົບ ແລະ ອົງການອຸຍນີເຊບ ໄດ້ມອບອຸປະກອນ ICT ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເປັນຕົ້ນ, ຄອມພິວເຕີໂນດບຸກ 333 ເຄື່ອງ, ແທັບເລັດ 1.668 ໜ່ວຍ ແລະ ໂທລະພາບ ພ້ອມຊຸດຈານຮັບສັນຍານ 456 ຊຸດ, ລວມມູນຄ່າທັງໝົດ 899.000 ໂດລາ ເຊິ່ງອຸປະກອນດັ່ງກ່າວ, ຈະຊ່ວຍສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການຍົກລະດັບທັກສະດ້ານດີຈິຕອນ ໃນຂົງເຂດວຽກງານທີ່ສຳຄັນອື່ນໆ ພາຍໃຕ້ PSES, ລວມເຖິງວຽກງານປະກັນຄຸນນະພາບການສຶກສາ ແລະ ການເຜີຍແຜ່ຖານຂໍ້ມູນການຮຽນ-ການສອນ ອອນລາຍ ຂອງກະຊວງສຶກສາທິການ ແລະ ກິລາ.
ນອກຈາກນັ້ນ, ຍັງໄດ້ມອບອຸປະກອນ ICT ເປັນຕົ້ນ ຄອມພິວເຕີໂນດບຸກ 200 ເຄື່ອງ, ໂປເຈັກເຕີເຄື່ອນທີ່ 200 ເຄື່ອງ, ແທັບເລັດ 450 ໜ່ວຍ ແລະ ໂທລະພາບ 300 ຊຸດ, ລວມມູນຄ່າ 364.724 ໂດລາ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເຊິ່ງສະໜອງໃຫ້ໂດຍຜ່ານການສະໜັບສະໜູນຂອງ ກອງທຶນຮ່ວມມືສາກົນ ເພື່ອການສຶກສາ ເພື່ອປະກອບສ່ວນເຂົ້າໃນວຽກງານການຕອບໂຕ້ ພະຍາດໂຄວິດ-19 ຂອງຂະແໜງການສຶກສາ.

