ຊາຍໜຸ່ມຫລອນຢາບ້າ ລົງມືກໍ່ເຫດຄາດຕະກໍາອ້າຍ ຍ້ອນຄິດເຫັນຄໍາເວົ້າສຽດສີ
ປກສ ແຂວງໄຊສົມບູນ ລາຍງານວ່າ: ວັນທີ 2 ກັນຍາ 2025 ຜ່ານມານີ້, ເກີດເຫດການຄາດຕະກໍາ ຢູ່ບ້ານມ່ວງສຸມ ເມືອງອະນຸວົງ ແຂວງໄຊສົມບູນ. ເສຍຊີວິດ 1 ຄົນ ຊື່ທ້າວ ລອງ, ອາຍຸ 39 ປີ, ປະຊາຊົນ ບ້ານມ່ວງສຸມ, ຜູ້ເສຍຊີວິດມີຮ່ອງຮອຍຖືກວັດຖຸມີຄົມ ປາດບໍລິເວນລໍາຄໍເບື້ອງຊ້າຍ, ຮອດວັນທີ 4 ກັນຍາ 2025 ເຈົ້້າໜ້າທີ່ ກັກຕົວໄດ້ຜູ້ກໍ່ເຫດຊື່ທ້າວ ໄມ, ອາຍຸ 23 ປີ, ປະຊາຊົນ ບ້ານມ່ວງສຸມ ເຊິ່ງເປັນນ້ອງຊາຍຂອງຜູ້ເສຍຊີວິດ ແລະ ນໍາຕົວມາສືບສວນ-ສອບສວນຢູ່ ກອງບັນຊາການ ປກສ ແຂວງ.
ວັນທີ 6 ກັນຍາ 2025 ຈຶ່ງນຳເອົາ ທ້າວໄມ (ຜູ້ກໍ່ເຫດຄາດຕະກຳ) ມາຈຳລອງເຫດການຄືນ ເພື່ອປະກອບຄໍາຮັບສາລະພາບ ເຂົ້າໃນສຳນວນຄະດີ ສົ່ງໃຫ້ໄອຍະການສັ່ງຟ້ອງ ຕາມລະບຽບຂອງກົດໝາຍ.
ທ້າວ ໄມ (ຜູ້ກໍ່ເຫດຄາດຕະກໍາ) ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ຕົນເອງໄດ້ເລີ່ມເສບຢາເສບຕິດ (ຢາບ້າ) ຕັ້ງແຕ່ປີ 2016 ເປັນຕົ້ນມາ, ຕົກມາຮອດປີ 2024 ຕົນແມ່ນໄດ້ເລີ່ມດື່ມນໍ້າກະທ້ອມ ແລະ ຄໍລະເຈນ, ມາຮອດເດືອນເມສາ 2025 ຕົນໄດ້ລົງໄປເຮັດວຽກນໍາອ້າຍ (ຊື່ທ້າວທິດ) ຢູ່ບ້ານ ນໍ້າອອມ ເມືອງປະທຸມພອນ ແຂວງຈໍາປາສັກ, ຕໍ່ມາຕົນບໍ່ສະບາຍ ຈຶ່ງໄດ້ໄປປິ່ນປົວຢູ່ໂຮງໝໍ 108 ຫລັງຈາກປິ່ນປົ່ວແລ້ວ ຕົນໄດ້ກັບມາຊ່ວຍວຽກຄອບຄົວ ຢູ່ບ້ານມ່ວງສຸມ ເມືອງອະນຸວົງ.
ມາຮອດ ເດືອນກໍລະກົດ 2025 ຕົນໄດ້ໄປເຮັດວຽກຢູ່ບໍລິສັດແຫ່ງໜຶ່ງ ຢູ່ເມືອງອະນຸວົງ ໄດ້ປະມານ 2 ເດືອນ ຕົນແມ່ນເກີດມີອາການ ປະສາດຫລອນ, ນອນບໍ່ລັບ ທາງບໍລິສັດຈິ່ງສົ່ງຕົວກັບຄືນມາຢູ່ບ້ານ. ຈາກນັ້ນ, ທ້າວ ລອງ (ຜູ້ເສຍຊີວິດ) ຈຶ່ງໄດ້ພາໄປກວດຢູ່ຮ້ານຂາຍຢາ ຢູ່ບ້ານໂພນພະ ເມືອງອະນຸວົງ ຫລັງຈາກນັ້ນກໍໄດ້ກັບມາຕິດຕາມອາການຢູ່ເຮືອນ.
ຕົກມາຮອດວັນທີ 2 ກັນຍາ 2025 ເວລາປະມານ 17:00 ໂມງ ຕົນ ແລະ ຄອບຄົວ ເຊິ່ງມີ ພໍ່, ແມ່ ແລະ ທ້າວ ລອງ (ຜູ້ເສຍຊີວິດ) ໄດ້ນັ່ງກິນເຂົ້າເເລງນໍາກັນ. ຈາກນັ້ນ, ທ້າວ ລອງ ໄດ້ເວົ້້າຈາສຽດສີໃສ່ຕົນ ແຕ່ຕົນບໍ່ໄດ້ຕອບໂຕ້ແຕ່ຢ່າງໃດ, ພາຍຫລັງກິນເຂົ້າເເລງແລ້ວກໍໄດ້ພາກັນເຂົ້ານອນ, ເຊິ່ງຕົນ ແລະ ທ້າວ ລອງ (ຜູ້ເສຍຊີວິດ) ແມ່ນໄດ້ນອນຢູ່ເຮືອນຫລັງດຽວກັນ ສ່ວນພໍ່-ແມ່ ແມ່ນໄດ້ໄປນອນຢູ່ເຮືອນຫລັງນ້ອຍທີ່ຢູ່ຕິດກັນ.
ມາຮອດເວລາປະມານ 23:00 ໂມງ ຂອງວັນດຽວກັນ ຕົນໄດ້ຄິດເຫັນຄໍາເວົ້້າສຽດສີ ທີ່ອ້າຍຂອງຕົນໄດ້ເວົ້້າໃສ່ ຕົນຈິ່ງລຸກຂຶ້ນຈາກບ່ອນນອນແລ້ວໄປຈັບເອົາມີດຢູ່ປະຕູທາງອອກຫລັງບ້ານ ມາປາດບໍລິເວນຄໍຂອງ ທ້າວລອງ (ຜູ້ເສຍຊີວິດ) ທີ່ນອນຢູ່ 1 ບາດ ຈາກນັ້ນ, ກໍໄດ້ເອົາຕົວລົບໜີ ອອກທາງໜ້າເຮືອນ ໂດຍທີ່ບໍ່ຮູ້ວ່າຜູ້ເປັນອ້າຍໄດ້ເສຍຊີວິດ ຫລື ບໍ່.
ຜ່ານການເກັບກໍາຂໍ້ມູນຫລັກຖານ ສືບສວນ-ສອບສວນ ເອົາຄໍາໃຫ້ການຜູ້ຖືກຫາ ເຫັນວ່າ: ທ້າວໄມ ແມ່ນມີເຈນຕະນາຄາດຕະກໍາ ທ້າວລອງ ( ອ້າຍຂອງຜູ້ກ່ຽວ) ແທ້, ໂດຍການໃຊ້ມີດປາດຄໍຂອງ ທ້າວ ລອງ. ປັດຈຸບັນ, ທາງເຈົ້້າໜ້າທີ່ກຽມສະຫລຸບສັ່ງຟ້ອງ ແລະ ດໍາເນີນຕາມຂັ້ນຕອນຂອງກົດໝາຍ.
ທີ່ມາ: ປກສ ແຂວງໄຊສົມບູນ

