ພ​ຣູ​ເດັນ​ໂຊ​ລ໌​ລາວ​ໄດ້​ຈ່າຍ​ເງິນ​ອຸດ​ໜຸນໃຫ້​ແກ່ 4.600 ກວ່າ​ຄົນເປັນ​ຈຳ​ນວນຫຼາຍກວ່າ 23 ຕື້​ກີບ​​​ຜ່ານ​ທຶນ​ອຸດ​ໜຸນໂຄວິດ-19 ສະ​ບາຍ​ໃຈ​ຫາຍ​ຫ່ວງ

ທຶນອຸດໜຸນໂຄວິດ-19 ສະບາຍໃຈຫາຍຫວ່ງ ແມ່ນຖືກອອກແບບມາເພື່ອບັນເທົາທຸກໃຫ້ທັນເວລາ​​ແກ່ບຸກຄົນ, ຄອບຄົວ ແລະ ຊຸຊົນທີ່ໄດ້ຮັບຜົນກະທົບຈາກກາແຜ່ລະບາດ.

ວຽງຈັນ​, ລາວ, ວັນທີ  21ກໍລະກົດ 2022

ບໍລິສັດພຣູເດັນໂຊລ໌ ປະກັນໄພຊີວິດ ລາວຈຳກັດ (ພຣູເດັນໂຊລ໌ ລາວ)​ໄດ້ຈ່າຍເງິນອຸດໜຸນໃຫ້ແກ່ 4.600ກວ່າຄົນເປັນຈຳນວນຫຼາຍກວ່າ 23 ຕື້ກີບຜ່ານທຶນອຸດໜຸນໂຄວິດ-19 ​ທີ່ໄດ້ເປີດໂຕຄັ້ງທຳອິດໃນວັນທີ 26 ເມສາ2021ເພື່ອຕອບສະໜອງຄວາມຕ້ອງການການປົກປ້ອງຂອງປະຊາຊົນລາວ.ການບັນເທົາທຸກຊ່ວງການແຜ່ລະາດພະຍາດນີ້ໄດ້ຖືກສະເໜີເພື່ອເປັນການສະໜັບສະໜຸນທາງດ້ານການເງິນເພື່ອຊ່ວຍປົກປ້ອງສຸຂະພາບຂອງປະຊາຊົນລາວໃນລະຫວ່າງການແຜ່ລະບາດຂອງເຊື້ອພະຍາດ.

ປະຊາຊົນລາວຫຼາຍກວ່າ 4.600 ຄົ ແລະສະມາຊິກຄອບຄົວຂອງພວກເຂົາຜູ້ທີ່ໄດ້ຮັບການກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ພາຍໃນ​​ຊຸມຊົນໃນລາວ ຕັ້ງແຕ່ເດືອນ ເມສາ 2021 ຫາ ເດືອນເມສາ 2022 ໄດ້ຮັບເງິນອຸດໜຸນທັນເວນີ້. ຣູເດັນໂຊລ໌ ລາວໄດ້ຈ່າຍຜົນປະໂຫຍດແກ່ການເສຍຊີວິດມູນຄ່າ 100 ລ້ານກີບ ແກ່ຜູ້ທີ່ໄດ້ຮັບສິດໄດ້ຮັບເງິນອຸດໜຸນໃນເດືອນພຶດສະພາ 2022.

ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄລຍະຍາວນານນີ້ ບໍ່ພຽງແຕ່ເຮັດໃຫ້ຊີວິດການເປັນຢູ່

ຂອງ​ປະ​ຊາ​ຊົນ​ລ​າວ​ມີ​ຄວາມ​ຫຍຸ້ງ​ຍາກ ແຕ່​ຍັງ​ສ້​າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເສດ​ຖະ​ກິດ ແລະ ທຸ​ລະ​ກິດ​ໃນ​ລາວ​ໃນ​ທຸກ​ດ້ານ​ອີກ​ດ້ວຍ. ພວກ​ເຮົາ​ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ຊຸມ​ຊົນ​ລາວ ພວກ​ເຮົາ​ເຮັດ​ສຸດ​ຄວາມ​ສາ​ມາດ ເພື່ອ​ຢືນ​ຄຽງ​ຂ້າງ​ຊຸມ​ຊົນ​ຂອງ​ພວກ​ເຮົາ​ເພື່ອ​ບັນ​ເທົາ​ທຸກ ແລະ ຊ່​ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ​ແກ່​​ປະ​ຊ​າ​ຊົນ​​ລາວ​ໃນ​ຊ່ວງວິ​ກິດ​ນີ້.”ທ່ານ ວິວ​ສັນ ມາ ຜູ້​ຮັກ​ສາ​ການອຳ​ນວຍ​ການ​ໃຫຍ່ຂອງພ​ຣູ​ເດັນ​ໂຊ​ລ໌ ລາວ ແລະ ​ມຽນ​ມາ ​ໄດ້​ກ່າວ.

ຄຸນລັກສະນະໂດຍລວມທຶນອຸດໜຸນໂຄວິດ-19 ຂອງຣູເດັນໂຊລ໌

ຜູ້​ທີ່​ມີ​ສິດ​ລົງ​ທະ​ບຽນ

  • ສຳລັບປະຊາຊົນລາວທີ່ອາໃສຢູ່ໃນປະເທດລາວທີ່ມີອາຍຸລະ​ຫວ່າງ18-60 ປີສາ​ມາດ​ລົງ​ທະ​ບຽນໃຫ້​ແກ່​ຕົນ​ເອງ​ ແລະເດັກ​ອາ​ຍຸ​ຕ່ຳ​ກວ່າ 18 ປີ​ສູງ​ສຸດ​ໄດ້ 3 ຄົນ.

ເງິນ​ທຶນສະ​ໜັບ​ສະ​ໜຸນ

  • ຜູ້ທີ່ລົງທະບຽນ ຫຼື ລູກໆທີ່ໄດ້ຮັບການລົງທະບຽນມີສິດໄດ້ຮັບເງິນ​ອຸດ​ໜຸນ ເມື່ອຖືກກວດພົບເຊື້ອ ພະຍາດ COVID-19 ໃນລາວ ສາມາດສະ​ໝັກຂໍເງິນອຸດ​ໜຸນ​ໄດ້​ 5.000.000 ກີບ ຕັ້ງ​ແຕ່​ເດືອນ​ເມ​ສາ 2021 ຫາ ເດືອນ​ເມ​ສາ 2022 ໄດ້ພາຍໃນໄລຍະເວລາທີ່ກຳ​ນົດສະມາຊິກໃນຄອບຄົວຂອງຜູ້ລົງທະບຽນ ຫຼື ລູກໆທີ່ໄດ້ຮັບການລົງທະບຽນຂອງລາວ ມີສິດໄດ້ເງິນ​ອຸດ​ໜຸນ ​ເນື່ອງ​ຈາກເສຍຊີວິດ ອັນເປັນຜົນມາຈາກ COVID-19 ໃນລ​າວ ສາມາດສະຫມັກຂໍ​ເງິນ​ອຸດ​ໜຸນສູງເຖິງ000.000 ກີບ ພາຍໃນໄລ ຍະທີ່ກຳ​ນົດ
  • ທຸກກໍລະນີທີ່ໄດ້ຮັບການຢັ້ງຢືນຈາກການວິນິດໄສ ເຊື້ອ​ພະ​ຍາດ COVID-19 ຕ້ອງໄດ້ຮັບ​ຮອງຈາກບົດລາຍງານການແພດ ຫຼື ຜົນການທົດສອບຫ້ອງທົດລອງທີ່ໄດ້ຮັບການອະນຸມັດຈາກໂຮງໝໍພາຍໃຕ້ກະຊວງສາທາ​ລະນະສຸກ. ການຮ້ອງ​ຂໍ​ທຶນ​ອຸດ​ໜຸນ​ຂອງການເສຍຊີວິດເປັນຜົນມາຈາກ COVID-19ຕ້ອງໄດ້ຮັບການຢືນຢັນຈາກທ່ານໝໍທີ່ລົງທະບຽນ.

ໝາຍ​ເຫດ​ພິ​ເສດ

  • ພະ​ນັກ​ງານ​ແຖວ​ໜ້າຫຼືພະນັກງານໂຮງ​ໝໍມີສິດໄດ້ຮັບເງິນຊ່ວຍເຫຼືອເພີ່ມ50%ພາຍໃຕ້ກອງທຶນ​ນີ້. ພະນັກງານ​ລັດ​ຖະ​ກອນເຫຼົ່າ​ນີ້ ແລະ ພະນັກງານອາສາສະໝັກໃນພາລະບົດບາດຕ່າງໆ (ລວມທັງທ່ານໝໍ, ພະຍາບານ, ພະນັກງານຫ້ອງທົດລອງ, ພະນັກງານອະນາໄມ ຫຼື ພະນັກງານບໍາລຸງຮັກສາ, ຜູ້ຝຶກອົບຮົມທາງຄລີນິກ, ແລະ ອາສາສະ​ໝັກ) ຮັບໃຊ້ຂະແໜງສາທາລະນະສຸກ ແລະ ເອກະຊົນໃນປະ​ເທດ​ລາວ.
  • ໄລຍະເວລາລໍຖ້າ ແມ່ນ 14 ວັນນັບແຕ່ວັນລົງທະບຽນ ແລະ ຜູ້​ລົງ​ທະ​ບຽນ​ທຸກ​ຄົນ​ສາ​ມາດ​ຢື່ນ​ເອ​ກະ​ສານ​ຮ້ອງ​ຂໍ​ເຄມ​ເງິນ​ອຸດ​ໜຸນ​ໄດ້.

ກ່ຽວກັບ ກຸ່ມບໍລິສັດພຣູເດັນໂຊລ໌

ກຸ່ມບໍລິສັດພຣູເດັນໂຊລ໌ໃຫ້ການບໍລິການປະກັນໄພຊີວິດແລະສຸຂະພາບແລະການຄຸ້ມຄອງຊັບສິນ, ໃນຂົງເຂດອາຊີແລະອາຟຣິກາ. ບໍລິສັດພຣູເດັນໂຊລ໌ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບສາມາດເຂົ້າເຖິງໄດ້ແລະສົ່ງເສີມທາງດ້ານການເງິນ. ບໍລິສັດພຣູເດັນໂຊລ໌ປົກປ້ອງຄວາມໝັ້ນຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດພຣູເດັນໂຊລ໌ມີລູກຄ້າຫຼາຍກວ່າ 18 ລ້ານຄົນແລະຢູ່ໃນຕະຫຼາດຫຼັກຊັບຂອງລອນດອນ (PRU), ຮົງກົງ (2378), ສິງກະໂປ (K6S)ແລະນິວຢອກ (PUK).

ກຸ່ມບໍລິສັດພຣູເດັນໂຊລ໌ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດກັບບໍລິສັດ Prudential Financial, Inc., ບໍລິສັດທີ່​ມີ​ການ​ດຳ​ເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາຫຼືກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ.

https://www.prudentialplc.com/

Prudential Laos supported more than

4,600Lao people with LAK 23 billionin cash benefitsthrough itsCOVID-19 CareFreePlus

COVID-19 CareFree Plus is designed to provide timely relief measures to individuals, families, and the community affected by the pandemic.
Vientiane, Laos, 21July 2022,

Prudential Life Assurance (Lao) Limited Company (“Prudential Laos”) supported more than 4,600people with LAK 23 billion cash benefitsthrough theCOVID-19 CareFree(‘the Fund’) that was first launched on 26 April 2021 to meet the Lao community’s protection need. This pandemic relief was offeredas a financial support to help safeguard the health and livelihoods of Lao residents during the pandemic.

Over 4,600Lao people and their immediate family members who werediagnosed with COVID-19 from April 2021 to April 2022 in Laosreceived this timelyfinancial support. Prudential Laos alsopaiddeath benefits valued atLAK 100 millionto eligible recipients out of the FundinMay 2022.

“The prolonged COVID-19 outbreak has not only made the lives of the Lao people difficult but also taken a toll on the Lao economy and businesses on all fronts. We, as a member of the Lao community, are doing our best to stand side-by-side with our community to provide peace of mind and financial support to Lao residentsduring this crisis,” said Wilson Ma, Acting Regional CEO, Laos and Myanmar, Prudential.

Overview of the COVID-19 CareFree Plus

Eligibility

  • All Lao residents aged 18 to 60 are eligible to register for the Fund for themselves and up to three co-living children below the age of 18.

Support Allowance of the Fund

  • Each eligible registrant plus his/her registered children diagnosed with COVID-19 in Laos couldapply for a one-off support allowance of LAK 5,000,000 fromApril 2021 to April 2022. (‘the dedicated period’)Family members of the eligible registrant or his/her registered children who passed away as a result of COVID-19 in Laos could apply for a one-off support allowance of up to LAK 20,000,000 within the dedicated period
    • All confirmed cases of COVID-19 diagnosis had tobe supported by a medical report or laboratory test result approved by a hospital under the Ministry of Health. Claims of death as a result of COVID-19 had tobe confirmed by a registered doctor.

    Special Notes

    • Frontline healthcare or hospital workers were eligible for an additional 50% support allowance under the Fund. These workers included both full-time employees and volunteers in various roles (including doctors, nurses, laboratory workers, facility or maintenance workers, clinical trainees, and volunteers) serving the public health and private sectors in Lao P.D.R.
    • All registrations are subject to a 14-day waiting period from the registration date and all eligible registrants can only claim the support allowance once.

    About Prudential plc

    Prudential plc provides life and health insurance and asset management in Asia and Africa. The business helps people get the most out of life, by making healthcare affordable and accessible and by promoting financial inclusion. Prudential protects people’s wealth, helps them grow their assets, and empowers them to save for their goals. The business has more than 18 million life customers and is listed on stock exchanges in London (PRU), Hong Kong (2378), Singapore (K6S) and New York (PUK). Prudential is not affiliated in any manner with Prudential Financial, Inc. a company whose principal place of business is in the United States of America, nor with The Prudential Assurance Company Limited, a subsidiary of M&G plc, a company incorporated in the United Kingdom.

    https://www.prudentialplc.com/