ເມື່ອບໍ່ດົນມານີ້ ສຳນັກຂ່າວຊິນຮວາ ໄດ້ລາຍງານຂ່າວວ່າ: ໜ່ວຍງານ ບັງຄັບໃຊ້ ກົດໝາຍ ຈາກຈີນ, ລາວ, ມຽນມາ ແລະ ໄທ ເລີ່ມລາດຕະເວນຮ່ວມ ໃນແມ່ນ້ຳຂອງ ຄັ້ງທີ119ແລ້ວ ຫລັງຈາກ ກຳປັ່ນຂອງຈີນ 2ລຳ ອອກເດີນທາງ ຈາກ ທ່າກຳປັ່ນ ຈິ່ງຮາ(Jingha) ແຄວ້ນ ປົກຄອງຕົນເອງ ສິບສອງພັນນາ ຊົນເຜົ່າພູໄທ ແຂວງຢູນນານ ທາງຕາເວັນຕົກສ່ຽງໃຕ້ ຂອງປະເທດ ນັບເປັນສັນຍານ ເລີ່ມຕົ້ນ ປະຕິບັດການ ຢ່າງເປັນທາງການ ລວມມີ 4ປະເທດ ຈະສືບຕໍ່ ສຸມໃສ່ ຕ້ານອາຊະຍາກຳ ຂ້າມຊາຍແດນ ເພື່ອປົກປັກ ຮັກສາ ຄວາມ ປອດໄພ ແລະ ຄວາມໝັ້ນຄົງ ຕາມລຳແມ່ນ້ຳຂອງ ລະຫວ່າງ ການລາດ ຕະເວນ ດັ່ງກ່າວ.