ອາຣັບບີ ຊາອຸດິດ ອະນຸຍາດຜູ້ຍິງຂີ່ລົດຈັກໄດ້

ຜູ້ຍິງອາຣັບບີ ຊາອຸດິດ ຈະໄດ້ຮັບອະນຸຍາດໃຫ້ຂັບຂີ່ລົດຈັກ ແລະ ລົດບັນທຸກໄດ້ເຊັ່ນກັນ ຈາກການປະກາດຂອງທາງການອາຣັບບີ ຊາອຸດິດ ໃນວັນທີ 15 ທັນວາ 3 ເດືອນຫລັງຈາກປະກາດການຕັດສິນໃຈຄັ້ງປະຫວັດສາດ ຍົກເລີກຂໍ້ຫ້າມຜູ້ຍິງອາຣັບບີ ຊາອຸດິດຂັບຍີ່ລົດຍົນ.
ສຳນັກຂ່າວ AFP ລາຍງານຈາກນະຄອນຫລວງຣິຍາດ ປະເທດອາຣັບບີ ຊາອຸດິດ ໃນວັນທີ 16 ທັນວາວ່າ: ເດືອນກັນຍາຜ່ານມາ, ກະສັດຣິຊັລມານ ແຫ່ງອາຣັບບີ ຊາອຸດິດ ມີຄຳສັ່ງອະນຸຍາດໃຫ້ຜູ້ຍິງຂັບຂີ່ລົດຍົນໄດ້ ໂດຍຈະເລີ່ມມີຜົນໃນເດືອນມິຖຸນາປີໜ້າ ສ່ວນໜຶ່ງຂອງແຜນການປະຕິຮູບສັງຄົມ ໃນລາຊະອານາຈັກອະນຸລັກນິຍົມ.
ສຳນັກງານຈະລາຈອນອາຣັບບີ ຊາອຸດິດ ປະກາດໃນຄືນວັນທີ 15 ທັນວາວ່າ: ຈະອະນຸຍາດໃຫ້ຜູ້ຍິງຂັບຂີ່ລົດຈັກ ແລະ ລົດບັນທຸກໄດ້ ເພື່ອໃຫ້ເປັນໄປຕາມຄຳສັ່ງຂອງກະສັດ ທີ່ກຳນົດໃຫ້ກົດໝາຍຈະລາຈອນຕ້ອງໃຫ້ “ຄວາມເທົ່າທຽມ” ສຳລັບຜູ້ຍິງ ແລະ ຜູ້ຊາຍ. ຜູ້ຍິງທີ່ພົວພັນກັບອຸປະຕິເຫດ ຫລື ລະເມີດກົດຈະລາຈອນ ຈະຖືກດຳເນີນການຢູ່ສູນພິເສດ ທີ່ສ້າງຕັ້ງຂຶ້ນ ແລະ ຄວບຄຸມເບິ່ງແຍງໂດຍຜູ້ຍິງ.
ອາຣັບບີ ຊາອຸດິດ ເປັນປະເທດດຽວໃນໂລກທີ່ມີຂໍ້ຫ້າມຜູ້ຍິງຂັບຂີ່ລົດຍົນ ການຕັດສິນໃຈຍົກເລີກຂໍ້ຫ້າມ ເຊິ່ງຈະມີຜົນນັບແຕ່ເດືອນມິຖຸນາປີໜ້າ ໄດ້ຮັບສຽງຊື່ນຊົມໃນວົງກວ້າງ ທັງພາຍໃນ ແລະ ພາຍນອກປະເທດ. ອາຣັບບີ ຊາອຸດິດ ເປັນໜຶ່ງໃນປະເທດທີ່ມີຂໍ້ຈຳກັດຕໍ່ຜູ້ຍິງເຂັ້ມງວດທີ່ສຸດໃນໂລກ ພາຍໃຕ້ລະບົບຜູ້ພິທັກຂອງປະເທດ, ສະມາຊິກຄອບຄົວທີ່ເປັນຜູ້ຊາຍ ເຊິ່ງມັກເປັນພໍ່, ຜົວ ຫລື ອ້າຍ, ນ້ອງຊາຍ ຈະເປັນຜູ້ມີອຳນາດໃຫ້ການຍິນຍອມ ສຳລັບການສຶກສາ, ການເດີນທາງ ຫລື ກິດຈະກຳອື່ນໆຂອງຜູ້ຍິງໃນຄອບຄົວ.

