ຜົນງານເຂົ້າຕາກຳມະການ ແມນຢູ ເລັງເປົ້າຊື້ ໄອແວນ ໂທນີ ເສີມຫນ້າ

 

ແມນເຊສເຕີ ຢູໄນເຕັດ ມີເປົ້າຫມາຍເລັງເປົ້າຄວ້າ ໄອແວນ ໂທນີ ກອງຫນ້າຄູ່ແຂ່ງຮ່ວມລີກຢ່າງ ເບຣນຟອດ ມາເສີມກອງຫນ້າ ເຖິງຈະມີທີມອື່ນຮ່ວມຍາດອີກຫລາຍທີມ.

ໂທນີ ອາຍຸ 26 ປີ ໂຊຟອມໄດ້ຢ່າງໂດດເດັ່ນເມື່ອລະດູການຜ່ານມາ ລົງເຕະໃຫ້ເບຣນຟອດ 37 ນັດ ລວມທຸກລາຍການ  ຍິງໄດ້ 14 ປະຕູ ຈ່າຍໃຫ້ຫມູ່ຍິງອີກ 6 ຄັ້ງ ຊ່ວຍໃຫ້ຕົ້ນສັງກັດຢູ່ລອດໃນພຣີເມຍລີກໄດ້ຢ່າງສະບາຍໆ.

ຂະນະທີ່ ແມນເຊສເຕີ ຢູໄນເຕັດ ຍັງມີບັນຫາຄາໃຈກັບຕຳແນຫ່ງກອງຫນ້າ ບໍ່ວ່າຈະເປັນ ຄຣິສຕຽນໂນ ໂຣນັລໂດ ທີ່ຕົກ ເປັນຂ່າວວ່າຢາກຍ້າຍທີມ ຫລື ອອງໂຕນີ ມາຊີຢາລ ເຊິ່ງທາງສະໂມສອນອາດຫາທາງປ່ອຍອອກ ແຜນການຊື ໂທນີ ຈຶ່ງຕ້ອງຢູ່ທີ່ຄວາມເປັນໄປຂອງ 2 ດາວເຕະດັ່ງກ່າວນຳອີກ.

ທັງນີ້ ແມນເຊສເຕີ ຢູໄນເຕັດ ຕ້ອງພົບກັບຄູ່ແຂ່ງໃນພຣີເມຍລີກອື່ນ ເຊ່ັນ ນິວຄາດເຊິລ ຢູໄນເຕັດ, ເວສແຮມ ຢູໄນເຕັດ ແລະ ລີດ ຢູໄນເຕັດ ທີ່ຢາກໄດ້ ໂທນີ ໄປຮ່ວມທີມສັງກັດເຊ່ັນດຽວກັນ.