ຢໍໂຄວິດ ຖືກຄຸມຕົວ ຖ້າຟັງຄຳຕັດສິນຈະຢູ່ຕໍ່ຫລືຈະສົ່ງກັບ ກ່ອນເປີດສາກເທັນນິສ ອອສເຕຣເລຍ ໂອເພັນ

ໂນວັກ ຢໍໂຄວິດ ນັກເທັນນິສ ມື 1 ຂອງໂລກ ປະເພດຊາຍດ່ຽວ ຖືກທາງການອອສເຕຣເລຍ ຄວບຄຸມຕົວອີກເທື່ອຫນຶ່ງ ຫລັງຈາກເມື່ອວານນີ້ ອາເລັກ ຮ໊ອກ ລັດຖະມົນຕີປະຈຳສຳນັກງານກວດຄົນເຂົ້າເມືອງປະກາດໃຊ້ອຳນາດມາດຕາ 133 ຊີ (3) ແຫ່ງພຣະຣາຊະຢັດຄົນເຂົ້າເມືອງ ເພື່ອຍົກເລີກວີຊາເປັນຄັ້ງທີ 2 ດ້ວຍເຫດຜົນດ້ານສຸຂະພາບ ແລະ ຄວາມສະຫງົບຮຽບຮ້ອຍ ອັນເປັນການເຮັດເພື່ອປະໂຫຍດສ່ວນລວມ.

ກ່ອນຫນ້ານີ້ ຢໍໂຄວິດ ຖືກຍົກເລີກວີຊາຄັ້ງທຳອິດເມື່ອວັນທີ 6 ມັງກອນ ຫລັງເດີນທາງເຖິງ ອອສເຕຣເລຍ ເພື່ອຮ່ວມການແຂ່ງຂັນເທນນິສແກຣນສະແລມຂອງປີ ລາຍການອອສເຕຣເລຍ ໂອເພັນ 2022 ເຊິ່ງຈະເປີດສາກໃນວັນທີ 17 ມັງກອນນີ້ ເນື່ອງຈາກບໍ່ໄດ້ຂໍວີຊາທີ່ອະນຸຍາດໃຫ້ໄດ້ຮັບການຍົກເວັ້ນທາງການແພດຕາມຂໍ້ກຳນົດຂອງກອງກຳລັງຮັກສາອອສເຕຣເລ ເຖິງໄດ້ສິດຍົກເວັ້ນຈາກຝ່າຍສຳລັບນັກເທັນນິສທີ່ຍັງບໍ່ໄດ້ສີດວັກຊີນໂຄວິດ-19.

ຈາກນັ້ນທີມກົດຫມາຍຂອງ ໂນວັກ ຢໍໂຄວິດ ໄດ້ຍື່ນອຸທອນ ແລະ ຂໍສູ້ຄະດີໃນຊັ້ນສານ ເຮັດໃຫ້ນັກເຕະເທັນນິສອາຍຸ 34 ປີ ໄດ້ສິດຢູ່ຕໍ່ເປັນການຊົ່ວຄາວ ກ່ອນທີ່ສານຈະຕັດສິນໃຈ ຢໍໂຄວິດ ສາມາດເຂົ້າປະເທດອອສເຕຣເລຍໄດ້ໃນວັນຈັນທີ 10 ມັງກອນ ເນື່ອງຈາກໄດ້ຮັບການຍົກເວັ້ນໂດຍຝ່າຍຈັດການແຂ່ງຂັນເຊິ່ງເກີດຈາກການຕິດຕໍ່ປະສານງານກັບລັດວິກຕໍເຣຍ ເຊິ່ງເປັນສະຖານທີ່ຈັດການແຂ່ງຂັນ ອອສເຕຣລຽນ ໂອເພັນ.

ແນວດກໍຕາມ ການປ່ອຍໃຫ້ ຢໍໂຄວິດ ທີ່ຍັງບໍ່ສີດວັກຊີໂຄວິດ-19 ຕາມມາດຕາການອັນເຂັ້ມງວດຂອງອອສເຕຣເລຍໄດ້ອະນຸຍາດໃຫ້ເຂົ້າປະເທດໄດ້ເກີດກະແສຕໍ່ຕ້ານຈາກປະຊາຊົນໃນປະເທດ ກ່ອນທີ່ທາງການຈະໃຊ້ອຳນາດຍົກເລີກວີຊາຂອງ ຢໍໂຄວິດ ເປັນຄັ້ງທີ 2 ເຊ່ິງອາດເຮັດໃຫ້ ຢໍໂຄວິດ ຖືກສົ່ງຕົວກັບປະເທດເຊີເບຍ ຕາມກົດຫມາຍນຳອີກ.

ແຕ່ທີມກົດຫມາຍຂອງ ຢໍໂຄວິດ ຍັງສາາດຍື່ນອຸທອນໄດ້ອີກເທື່ອຫນຶ່ງ ເພື່ອຂໍຢູ່ໃນປະເທດອອສເຕຣເລຍ ໂດຍ ຢໍໂຄວິດ ຫວັງປ້ອງກັນແຊ໊ມອອສເຕຣເລຍ ໂອເພັນ ທີ່ຕົວເອງເປັນແຊ໊ມເກ່ົາເມື່ອປີກາຍ ແລະ ພວມຫວັງສ້າງສະຖິຕິຄວ້າແຊ໊ມແກຣນສະແລມສູງສຸດເປັນສະໄຫມທີ 21 ແຊງ ໂຣເຈີ ເຟເດີເຣີ ແລະ ຣາຟາເອລ ນາດາລ ທີ່ເຮັດໄວ້ 20 ສະໄຫມເທົ່າກັນ.

ທັງນີ້ ສານຈະມີການຕັດສິນວ່າ ຢໍໂຄວິດ ຈະຢູ່ອອສເຕຣເລຍ ຕໍ່ໄປໄດ້ຫລືບໍ່ໃນວັນອາທິດທີ 16 ມັງກອນນີ້ ເວລາ 09:30 ນາທີ ຕາມເວລາທ້ອງຖິ່ນ (05:30 ນາທີ ເວລາໃນລາວ) ເຊິ່ງຫາກເສຍການອຸທອນກໍຈະຖືກສົ່ງຕົວກັບ ແລະ ຖືກລະງັບວີຊາເຂົ້າອອສເຕຣເລຍເປັນເວລາ 3 ປີ.