ມາເລເຊຍແຈກເງິນໃຫ້ຄອບຄົວລາຍໄດ້ໜ້ອຍອີກ ຊ່ວຍຄ່າຄອງຊີບ

ລັດຖະບານມາເລເຊຍກຽມຊ່ວຍເຫລືອຄອບຄົວທີ່ມີລາຍໄດ້ໜ້ອຍຕໍ່ສູ້ບັນຫາເລື່ອງຄ່າຄອງຊີບ ດ້ວຍການແຈກເງິນຊ່ວຍເຫລືອເພີ່ມອີກ.

ວັນທີ 23 ມິຖຸນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ອິສມາອິລ ຊາບຣີ ຢາຄ໊ອບ ຜູ້ນຳມາເລເຊຍ ຖະແຫລງວ່າ: ລັດຖະບານກຽມຈັດສັນງົບປະມານເພີ່ມອີກ 630 ລ້ານຣິງກິດ ໃນການແຈກເປັນເງິນສົດແບບເທື່ອດຽວ ໃຫ້ຄອບຄົວລາຍໄດ້ຕໍ່າທົ່ວປະເທດ ນັບແຕ່ເດືອນນີ້ເປັນຕົ້ນໄປ ເພື່ອບັນເທົາບັນຫາຄ່າຄອງຊີບ, ເພີ່ມການຈັດສັນງົບປະມານສຳລັບກໍລະນີນີ້ເປັນຢ່າງໜ້ອຍ 1.740 ລ້ານຣິງກິດແລ້ວ.

ຂະນະດຽວກັນ, ລັດຖະບານມາເລເຊຍກຽມຍົກເລີກມາດຕະການດຶງລາຄາໄກ່ ແລະ ໄຂ່ ເລີ່ມເດືອນກໍລະກົດຈະເຖິງນີ້ເປັນຕົ້ນໄປ ຫລັງການໃຊ້ນະໂຍບາຍນີ້ຕະຫລອດໄລຍະເວລາຜ່ານມາ ເພື່ອຫວັງຄວບຄຸມອັດຕາເງິນເຟີ້ ບໍ່ໄດ້ມີປະສິດທິພາບພຽງພໍເທົ່າທີ່ຄາດການໄວ້ ແລະ ມີແຜນຢຸດມາດຕະການອຸດໜູນລາຄານ້ຳມັນປຸງອາຫານແບບຕຸກບາງປະເພດ ນັບແຕ່ວັນທີ 1 ກໍລະກົດນີ້ນຳ ເນື່ອງຈາກບໍ່ໄດ້ຮັບການຮ່ວມມືເທົ່າທີ່ຄວນຈາກຜູ້ປະກອບການ.

ເຖິງຢ່າງໃດກໍຕາມ, ຜູ້ນຳມາເລເຊຍຢືນຢັນວ່າ: ມາດຕະການອຸດໜູນລາຄານ້ຳມັນພືດໃນຮູບແບບບັນຈຸພັນ ທີ່ມີນ້ຳໜັກບໍ່ເກີນ 1 ກິໂລ ໃນອັດຕາເດືອນລະ 60.000 ເມຕຣິກຕັນ ຈະຍັງຢູ່ ຫລັງດຳເນີນມາແຕ່ປີ 2007.