ບັງກະລາເທດຈັບ ແລະ ຕາມຫານັກຂ່າວ ລາຍງານວ່າມີການໂກງເລືອກຕັ້ງ

ບັງກະລາເທດຈັບກຸມນັກຂ່າວຄົນໜຶ່ງ ແລະ ຕາມຫາອີກຄົນໜຶ່ງ ຂໍ້ຫາລາຍງານຂ່າວປອມວ່າມີການໂກງເລືອກຕັ້ງທົ່ວໄປໃນວັນທີ 30 ທັນວາຜ່ານມາ ທີ່ນາຍົກລັດຖະມົນຕີ ເຊກ ຮາສິນາ ກວາດບ່ອນນັ່ງໃນສະພາເກືອບທັງໝົດ.
ຕຳຫລວດບັງກະລາເທດເປີດເຜີຍກັບສື່ວ່າ: ຈັບກຸມນັກຂ່າວຂອງໜັງສືພິມທາກາທຣິບູນໄດ້ໃນວັນທີ 1 ມັງກອນ ຢູ່ເຂດຄູລນາ ທາງໃຕ້ຂອງປະເທດ ໂດຍໃຊ້ອຳນາດຕາມກົດໝາຍຄວາມໝັ້ນຄົງດີຈີຕອນ ເນື່ອງຈາກລາວລາຍງານຂ່າວວ່າ: ເຂດເລືອກຕັ້ງແຫ່ງໜຶ່ງມີບັດລົງຄະແນນຫລາຍກວ່າຈຳນວນຜູ້ລົງທະບຽນໃຊ້ສິດເຖິງ 22.419 ໃບ ທັງທີ່ຄວາມຈິງແລ້ວມີຜູ້ອອກໄປໃຊ້ສິດ 80% ຂອງຜູ້ລົງທະບຽນ. ນັກຂ່າວຄົນນີ້ໃຫ້ຂໍ້ມູນປອມ ຫວັງເຮັດໃຫ້ການເລືອກຕັ້ງມີຄວາມສົງໄສ ຖ້າຖືກຕັດສິນວ່າມີຄວາມຜິດຈະມີໂທດຈຳຄຸກສູງສຸດ 14 ປີ. ນອກຈາກນີ້ ຕຳຫລວດຍັງຕ້ອງການນັກຂ່າວອີກຄົນໜຶ່ງມາສອບປາກຄຳ ເພາະທາງການທ້ອງຖິ່ນຍື່ນຟ້ອງນັກຂ່າວທັງສອງຄົນນີ້.
ຜົນການເລືອກຕັ້ງທົ່ວໄປໃນວັນທີ 30 ທັນວາຜ່ານມາ, ພັກສິນນິບາດອາວາມີຂອງນາຍົກລັດຖະມົນຕີ ຮາສິນາ ແລະ ພັກພັນທະມິດ ໄດ້ຄະແນນເຖິງ 98% ຫລື 288 ບ່ອນນັ່ງຈາກທັງໝົດ 300 ບ່ອນນັ່ງ ເຮັດໃຫ້ນາງ ຮາສິນາ ອາຍຸ 71 ປີ ໄດ້ເປັນນາຍົກລັດຖະມົນຕີສະໄໝທີສາມຕິດຕໍ່ກັນ ແລະ ເປັນນາຍົກລັດຖະມົນຕີທີ່ຢູ່ໃນຕຳແໜ່ງດົນທີ່ສຸດຂອງປະເທດ ເພາະເປັນນາຍົກລັດຖະມົນຕີຄັ້ງທຳອິດໃນປີ 1996-2001, ຄັ້ງທີສອງໃນປີ 2009-2014, ຄັ້ງທີສາມໃນປີ 2014-2018 ແລະ ຄັ້ງທີສີ່ໃນການເລືອກຕັ້ງຫລ້າສຸດ. ຝ່າຍຄ້ານອ້າງວ່າ: ລັດຖະບານໂກງເລືອກຕັ້ງ, ຂະນະທີ່ສະຫະພາບເອີຣົບ (EU) ຂໍໃຫ້ທາງການບັງກະລາເທດກວດສອບເຫດຮຸນແຮງໃນວັນເລືອກຕັ້ງທີ່ຜູ້ສະໜັບສະໜູນຕ່າງພັກກໍ່ວິວາດກັນຈົນມີຜູ້ເສຍຊີວິດ 17 ຄົນ ແລະ ອຸປະສັກຂັດຂວາງການໃຊ້ສິດເລືອກຕັ້ງ, ສ່ວນອາເມລິກາສະແດງຄວາມກັງວົນທີ່ມີຂ່າວໜ້າເຊື່ອຖືວ່າ: ມີການຂົ່ມຂູ່ຄຸກຄາມ ແລະ ໃຊ້ຄວາມຮຸນແຮງ.

