ແຟນບານ ສ.ເກົາຫລີ ແຫ່ຕ້ອນຮັບ ຊອນ ເຮືອງ ມິນ ຫລັງຄວ້າລາງວັນດາວຍິງພຣີເມຍລີກ

ແຟນບານ ສ.ເກົາຫລີ ຈຳນວນຫລາຍແຫ່ມາຕ້ອນຮັບ ຊອນ ເຮືອງ ມິນ ກອງຫນ້າ ທັອດແນມ ຮັອດສະເປີ ທີ່ສະຫນາມບິນ ອິນຊອນ ຫລັງສ້າງສະຖິຕິເປັນນັກເຕະເອເຊຍຄົນທຳອິດທີ່ຄວ້າລາງວັນຍິງຍິງສູງສຸດພຣີເມຍລີກອັງກິດ.
ໂດຍ ຊອນ ເຮືອງ ມິນ ສ້າງຜົນງານໄດ້ຢ່າງດີເດ່ັນໃນພຣີເມຍລີກລະດູການທີ່ຜ່ານມາດ້ວຍການຍິງລວມ 23 ປະຕູ ສົ່ງຜົນໃຫ້ລາວຄວ້າລາງວັນເກີບຄຳ ຫລືດາວຍິງພຣີເມຍລີກ ໄປຄອງຮ່ວມກັບ ໂມຮາເຫມັດ ຊາລາ ກອງຫນ້າລີເວີພູລ.
ຈາກການຄວ້າລາງວັນດັ່ງກ່າວເຮັດໃຫ້ດາວເຕະອາຍຸ 29 ປີສ້າງປະຫວັດສາດເປັນນັກເຕະຈາກທະວີບເອເຊຍຄົນທຳອິດທີ່ຄວ້າລາງວັນດັ່ງກ່າວມາຄອງ.
ຈົນຫລ້າສຸດເມື່ອວັນທີ 24 ພຶດສະພາ ຊອນ ເຮືອງ ມິນ ໄດ້ເດີນທາງກັບມາທີ່ ສ.ເກົາຫລີ ບ້ານເກີດ ເພື່ອກຽມຕົວລົງແຂ່ງໃຫ້ສະເປີ ໃນເກມອຸ່ນເຄື່ອງກັບທີມລວມດາລາເຄ ລີກ ທີ່ນະຄອນຫລວງໂຊລ ໃນວັນທີ 13 ກໍລະກົດ ຈາກນັ້ນຈະເຕະກັບ ເຊບີຢາ ຈາກສະເປນ ທີ່ເມືອງຊູວອນ ໃນວັນທີ 16 ກໍລະກົດ.
ໂດຍເມື່ອເຖິງສະຫນາມບິນອິນຊອນ ກໍມີແຟນບານ ລວມເຖິງສື່ມວນຊົນມາຖ້າຕ້ອນຮັບເປັນຈຳນວນຫລາຍ ໂດຍລາວກໍໄດ້ນຳລາງວັນເກີບຄຳດັ່ງກ່າວມາສະແດງຕໍ່ຫນ້າແຟນ ແລະ ສື່ມວນຊົນນຳອີກ.

