ຣັງນິກ ປະກາດຊື່ຫົວຫນ້າທີມ ແມນຢູ ຫລັງມີກະແສຂ່າວຈາກສັງຄົມ

ຣາຟ ຣັງນິກ ຜູ້ຈັດການທີມຊົ່ວຄາວຂອງ ແມນເຊສເຕີ ຢູໄນເຕັດ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ຢືນຢັນວ່າ ແຮຣີ ແມັກໄກວ ຈະຍັງຄົງເຮັດຫນ້າທີ່ຕຳແຫນ່ງຫວຫນ້າທີມຕໍ່ໄປ.

ກ່ອນຫນ້ານີ້ ເດິ ມິຣເຣີ ສື່ຊື່ດັງຂອງອັງກິດ ລາຍງານວ່າ ຣັງນິກ ມີຄວາມຄິດທີ່ຈະປ່ຽນຫົວຫນ້າທີມຈາກ ແຮຣີ ແມັກໄກວ ເປັນ ຄຣິສຕຽນໂນ ໂຣນັລໂດ ເນື່ອງຈາກ ແມັກໄກວ ເລີ່ມຜົນງານຕົກໃນໄລຍະຫລັງ ແລະຍັງຂາດພາວະຄວາມເປັນຜູ້ນຳ.

ແນວໃດກໍຕາມ ຫລ້າສຸດ ໃນງານຖະແຫລງຂ່າວກ່ອນເກມທີ່ ແມນຢູ ຈະບຸກໄປຢາມ ລິີດ ຢູໄນເຕັດ ໃນວັນທີ 20 ກຸມພານີ້ ຣັງນິກ ໃຫ້ສຳພາດສະແດງຄວາມຈະແຈ້ງວ່າ ແມັກໄກວ ຈະຍັງຄົງເຮັດຫນ້າທີ່ເປັນຫົວຫນ້າທີມຕໍ່ໄປ ພ້ອມຢືນຢັນວ່າຕົນເອງບໍ່ເຄີຍມີການເວົ້າກັບນັກເຕະຄົນໃດກ່ຽວກັບເລື່ອງການປ່ຽນແປງຫົວຫນ້າທີມແຕ່ຢ່າງໃດ.