ເຄື່ອນຍ້າຍອັດຖິ ທະຫານອາສາສະໝັກ ຊຽວຊານຫວຽດນາມ ກັບຄືນປະເທດ

ວັນທີ 16 ພຶດສະພາ 2022 ນີ້, ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ລາຍງານວ່າ: ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງພ້ອມດ້ວຍຫົວໜ້າຄະນະປະຕິບັດງານພິເສດແຂວງ, ການນຳແຂວງ ຮ່າຕິງ ສສ ຫວຽດນາມ ແລະພາກສ່ວນກ່ຽວຂ້ອງທັງສອງຝ່າຍ ໄດ້ເຂົ້າຮ່ວມໄວ້ອາໄລ ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍສະລະຊີວິດໃນປາງສົງຄາມຢູ່ລາວ ທີ່ຄະນະປະຕິບັດງານພິເສດສອງຝ່າຍຂຸດຄົ້ນໄດ້ 11 ອັດຖິ ໃນລະດູແລ້ງປີ 2021-2022 ຢູ່ ສປປ ລາວ ເປັນເທື່ອສຸດທ້າຍ ກ່ອນຈະເຄື່ອນຍ້າຍອັດຖິດັ່ງກ່າວ ກັບຄືນປະເທດ.
ການເຄື່ອນຍ້າຍອັດຖິດັ່ງກ່າວກັບຄືນປະເທດຢ່າງສົມກຽດດັ່ງກ່າວເພື່ອໃຫ້ຄະນະປະຕິບັດງານພິເສດແຂວງ ຮ່າຕິງ ສສ ຫວຽດນາມ ໄດ້ທໍາພິທີທາງສາສະໜາແລ້ວນໍາເອົາອັດຖິເຂົ້າມ້ຽນຢູ່ສຸສານປະຈໍາແຂວງເພື່ອໃຫ້ພໍ່ແມ່ປະຊາຊົນທັງສອງຊາດເອກອ້າງທະນົງໃຈ ສະແດງຄວາມຮູ້ບຸນຄຸນ ຄຸນງາມຄວາມດີ ແລະ ວິລະກໍາ ອັນລໍ້າເລີດຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດຶກດໍາບັນໃຫ້ຍືນຍົງຄົງຕົວ ຢູ່ຄູ່ກັບປະຊາຊົນສອງຊາດຕະຫລອດໄປ.

