ຮອງນາຍົກ ຊີ້ນໍາໃຫ້ແຂວງເຊກອງເອົາໃຈໃສ່ສຶກສາອົບຮົມແນວຄິດ-ການເມືອງ ໃຫ້ພະນັກງານ ແລະ ພັດທະນາເສດຖະກິດ-ສັງຄົມ

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານນໍາພາຫລັກແຫລ່ງແຂວງເຊກອງ ວັນທີ 9 ພະຈິກ 2022 ຜ່ານມາ, ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະພັກ, ຄະນະນໍາ ແລະ ພະນັກງານນຫລັກແຫລ່ງຂອງແຂວງໃຫ້ການຕ້ອນຮັບ.
ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາພະນັກງານຫລັກແຫລ່ງຂອງແຂວງໃຫ້ເອົາໃສ່ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກໍຄືປະຊາຊົນບັນດາເຜົ່າ ເພື່ອເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ມີຄວາມເປັນເອກະພາບໃນການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ; ຍົກສູງສະຕິລະວັງຕົວ, ມີສະຕິຕໍ່ອິດທິກໍາລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ ໂດຍສະເພາະຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫລຸດລົງເທື່ອລະກ້າວ; ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ, ວຽກຈຸດສຸມໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍຢຶດໝັ້ນຫລັກການນໍາພາຂອງພັກ ແລະ ການຄຸ້ມຄອງລັດ ດ້ວຍລະບຽບກົດໝາຍ; ເອົາໃຈໃສ່ດຶງດູດການລົງທຶນ, ຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານ, ການຜະລິດເປັນສິນຄ້າຕາມທ່າແຮງບົ່ມຊ້ອນ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ເກັບລາຍຮັບ, ຄຸ້ມຄອງລາຍຈ່າຍງົບປະມານ, ປະຕິບັດມາດຕະການປະຢັດ, ຕ້ານການຟຸມເຟືອຍ; ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕາມທິດ 3 ສ້າງ ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫລຸດໜ້ອຍຖອຍລົງ ແລະ ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ດີຂຶ້ນເປັນກ້າວໆ.
ພ້ອມນີ້, ທ່ານເຈົ້າແຂວງເຊກອງ ໄດ້ລາຍງານກ່ຽວກັບການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄລຍະ 9 ເດືອນປີ 2022 ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 4% ໃນນັ້ນຂະແໜງກະສິກໍາ ແລະ ປ່າໄມ້ຂະຫຍາຍຕົວເພີ່ມຂຶ້ນ 5,4% ຂະແໜງອຸດສາຫະກໍາເພີ່ມຂຶ້ນ 0,9% ແລະ ຂະແໜງບໍລິການເພີ່ມຂຶ້ນ 2,7%; ເກັບລາຍຮັບເຂົ້າງົບປະມານໄດ້ 74,20 ຕື້ກີບ ທຽບໃສ່ແຜນເທົ່າກັບ 64,40%; ການແກ້ໄຂບັນຫາຢາເສບຕິດ ສາມາດເລີກຮື້ ແລະ ມ້າງຄະດີຄ້າ-ຂາຍຢາເສບຕິດໄດ້ 46 ເລື່ອງ, ຈັບຜູ້ຖືກຫາໄດ້ 52 ຄົນ, ຢຶດຂອງກາງຢາບ້າໄດ້ 68.615 ເມັດ, ຂຶ້ນບັນຊີຜູ້ເສບຢາເສບຕິດໄດ້ 992 ຄົນ, ຜູ້ຄ້າຂາຍ 212 ຄົນ; ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສຸມໃສ່ປະຕິບັດມາດຕະການຕ້ານການຟຸມເຟືອຍ, ຕ້ານການຮົ່ວໄຫລຂອງລາຍຮັບ, ສົ່ງເສີມຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ເພື່ອຫລຸດຜ່ອນການນຳເຂົ້າ; ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ເພື່ອສ້າງສິ່ງອໍານວຍຄວາມສະດວກໃຫ້ການພັດທະນາເສດຖະກິດ ແລະ ພັດທະ ນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.

