ທາບທາມປະກອບຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍເຂດປອດພາສີ ແລະ ຮ້ານຄ້າປອດພາສີ

ໃນວັນທີ 11 ພຶດສະພາ 2022 ນີ້, ທີ່ສູນຝຶກອົບຮົມຫຼັກ 5 (ICTC) ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊູມເປີດກວ້າງທາບທາມປະກອບຄຳເຫັນໃສ່ຮ່າງດຳລັດນາຍົກລັດຖະມົນຕີ ວ່າດ້ວຍເຂດປອດພາສີ ແລະ ຮ້ານຄ້າປອດພາສີ, ໂດຍການເປັນປະທານຂອງທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ, ມີບັນດາຫົວໜ້າກົມ, ຮອງກົມມາຈາກບັນດາກະຊວງກ່ຽວຂ້ອງ, ຫົວໜ້າພະແນກ, ຮອງພະແນກການ ອ້ອມຂ້າງນະຄອນຫຼວງວຽງຈັນ, ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຜູ້ປະກອບການ, ນັກທຸລະກິດເຂົ້າຮ່ວມ.

ຮ່າງດຳລັດນາຍົກລັດຖະມົນຕີວ່າດ້ວຍ ເຂດປອດພາສີ ແລະ ຮ້ານຄ້າປອດພາສີ, ເປັນນິຕິກຳສ້າງໃໝ່, ເນື່ອງມາຈາກກົດໝາຍວ່າດ້ວຍພາສີໄດ້ກຳນົດໃຫ້ມີເຂດປອດພາສີ, ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ເປັນການນຳໃຊ້ທ່າແຮງດ້ານທີ່ຕັ້ງພູມສາດຂອງປະເທດ, ເພື່ອຫັນເອົາປະເທດໃຫ້ເປັນທາງຜ່ານໃນຍຸກແຫ່ງການເຊື່ອມໂຍງເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ,ທັງເປັນການສ້າງຖານເສດຖະກິດອັນໃໝ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຊຶ່ງໃນໄລຍະຜ່ານມາບັນດາປະເທດສະມາຊິກຂອງອົງການການຄ້າໂລກ (WTO) ແລະ ອົງການພາສີໂລກ (WCO) ໄດ້ມີລະບຽບການສ້າງຕັ້ງ ແລະ ຄຸ້ມຄອງເຂດປອດພາສີໃນປະເທດຂອງຕົນເປັນອັນສະເພາະຕາມເງື່ອນໄຂຂອງແຕ່ລະປະເທດສະມາຊິກ, ບາງປະເທດເອີ້ນເຂດປອດພາສີ, ບາງປະເທດກຳນົດເປັນເຂດການຄ້າເສລີ ແລະ ອື່ນໆ. ສະນັ້ນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າລະຫວ່າງປະເທດ, ຜູ້ປະກອບການຜະລິດທຸລະກິດໃຫ້ສາມາດຜະລິດປຸງແຕ່ງ ແລະ ຈໍລະຈອນແຈກຢາຍສິນຄ້າໂດຍມີການປະຍັດຕໍ່ຕົ້ນທຶນ ແລະ ສາມາດແກ້ງແຍ້ງແຂ່ງ ຂັນເສດຖະກິດກັບຕ່າງປະເທດໄດ້ ໂດຍບໍ່ຕ້ອງຈ່າຍຕົ້ນທຶນທາງດ້ານພາສີ-ອາກອນລ່ວງໜ້າໃຫ້ແກ່ລັດຖະບານ, ຈະເປັນການກະຕຸກຊຸກຍູ້ໃຫ້ເສດຖະກິດມີການແຂ່ງຂັນທາງດ້ານຕົ້ນທຶນ, ເວລາ ແລະ ການສະໜອງການບໍລິການທີ່ມີປະສິດທິຜົນເຮັດໃຫ້ທຸລະກິດ, ສາມາດດຳເນີນໄດ້ຢ່າງມີປະສິດທິຜົນ ແລະ ໃນຕໍ່ໜ້າອາດເປັນທ່າແຮງໃນລະບົບເສດຖະກິດຂອງສປປ ລາວ.

ສໍາລັບຮ່າງດຳລັດນາຍົກລັດຖະມົນຕີ ວ່າດ້ວຍເຂດປອດພາສີ ແລະ ຮ້ານຄ້າປອດພາສີດັ່ງກ່າວ, ໄດ້ເລີ່ມຄົ້ນຄວ້າສ້າງ ແລະ ປັບປຸງແຕ່ທ້າຍປີ 2021 ເປັນຕົ້ນມາ, ປະກອບມີ 11 ພາກ 6 ໝວດ ແລະ 90 ມາດຕາ, ຊຶ່ງດຳເນີນການຄົ້ນຄວ້າໂດຍອີງໃສ່ບົດຮຽນຂອງປະເທດໃກ້ຄຽງ, ລະບຽບການທີ່ກຳນົດໄວ້ໃນສົນທິສັນຍາສາກົນມາເປັນບ່ອນອີງໃນການຄົ້ນຄວ້າ ແລະ ຮຽບຮຽງ, ເນື້ອໃນເຂົ້າສ່ວນໃຫຍ່ຈະເປັນການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າໃນການນຳເຂົ້າ-ສົ່ງອອກສິນຄ້າໃນເຂດປອດພາສີ, ການນຳໃຊ້ເຄື່ອງມືທັນສະໃໝການເຊື່ອມໂຍງຂໍ້ມູນລະຫວ່າງພາກລັດ ແລະ ທຸລະກິດໃນການຄຸ້ມຄອງ, ການເກັບຮັກສາ, ການລາຍງານຕ່າງໆແບບອອນລາຍທັງໝົດເພື່ອອຳນວຍຄວາມສະດວກໃນການດຳເນີນທຸລະກິດດັ່ງກ່າວ.

ໃນກອງປະຊຸມຄັ້ງນີ້, ຍັງໄດ້ປະກອບຄໍາຄິດເຫັນແລກປ່ຽນບົດຮຽນຢ່າງກົງໄປກົງມາ, ເພື່ອເຮັດໃຫ້ມີເນື້ອໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງສປປ ລາວ ໃນເງື່ອນໄຂການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາ ກົນທີ່ສປປ ລາວ ເປັນພາຄີ ແລະ ເປັນບ່ອນອີງທີ່ສໍາຄັນທາງດ້ານວິຊາການເພື່ອໃຫ້ເນື້ອໃນຂອງຮ່າງດຳລັດດັ່ງກ່າວ ສົມບູນ ແລະ ຄົບຖ້ວນ.