ເປຕັງຍິງ ທີມຊາດລາວ ໝັ້ນໃຈຈະຄວ້າຫຼຽນຄຳ ຊີເກມ ທີ່ມາເລເຊຍ

4 ນັກກິລາເປຕັງຍິງສາວ ທີມຊາດລາວ ພ້ອມຢ່າງເຕັມ ຮ້ອຍ ແລະ ໝັ້ນໃຈຈະສາມາດ ຄວ້າຫຼຽນຄຳໃຫ້ທັບກິລາ ລາວ ໃນການແຂ່ງຂັນກິລາ ເປຕັງ ປະເພດທີມຊຸດຍິງ ງານ ມະຫະກຳກິລາຊີເກມ ຄັ້ງທີ 29 ຫຼື ກົວລາລຳເປີ ເກມ ທີ່ ປະເທດມາເລເຊຍ ເປັນເຈົ້າ ພາບລະຫວ່າງວັນທີ 19-31 ສິງຫານີ້.
ຕາມການໃຫ້ສຳພາດ ຂອງ ນາງ ຄູນ ສຸກສະຫວັດ ຕາງໜ້ານັກກິລາເປຕັງປະ ເພດທີມຊຸດຍິງ ທີມຊາດລາວ ໃນຕອນເຊົ້າວານ ນີ້ໃຫ້ຮູ້ວ່າ: ກ່ອນຈະເຂົ້າແຂ່ງຂັນງານມະຫະກຳກິລາຊີເກມ ຄັ້ງທີ 29 ທີ່ ປະເທດມາເລເຊຍ ເປັນເຈົ້າ ພາບ ພວກນ້ອງທັງ 4 ຄົນ ໄດ້ມີ ການເກັບໂຕເຝິກຊ້ອມ 3 ເດືອນປາຍເລີ່ມຕັ້ງແຕ່ຕົ້ນ ເດືອນພຶດສະພາຜ່ານມາ ໂດຍ ແມ່ນຄູເຝິກໄດ້ເນັ້ນການເຝິກ ຊ້ອມຢ່າງເປັນລະບົບ, ຊ້ອມ ເຕັກນິກທັກສະຍຸດທະວີທີ ຕ່າງໆ ແລະ ແລ່ນເອົາພະລະ ກຳລັງໃນແຕ່ລະວັນເຖິງ 3 ພາກ ຄື: ພາກເຊົ້າ, ບ່າຍ ແລະ ແລງ ຈົນມາເຖິງປັດຈຸບັນສົ່ງ ຜົນໃຫ້ພວກນ້ອງມີຄວາມເຂົ້າໃຈກັນຢ່າງເລິກເຊ່ິງ, ມີແບບ ໃນການລົງແຂ່ງຂັນຢ່າງແຂງແກ່ນ ແລະ ມີການພັດທະນາດີ ຂຶ້ນກວ່າເກົ່າ ສາມາດເວົ້າໄດ້ ວ່າໃນເວລານີ້ພວກນ້ອງພ້ອມຢ່າງເຕັມຮ້ອຍທີ່ຈະລົງສະໜ າມແຂ່ງຂັນຕົວຈິງ, ເຖິງຢ່າງ ໃດກໍດີ ໃນການກະກຽມເຂົ້າ ຮ່ວມແຂ່ງຂັນກິລາຊີເກມ ຄັ້ງ ນີ້ ພວກນ້ອງ 4 ຄົນ ໄດ້ຖືກ ມອບໝາຍໃຫ້ລົງແຂ່ງຂັນປະ ເພດທີມຊຸດຍິງ ພຽງລາຍ ການດຽວຈາກການຊີງໄຊກັນ ທັງໝົດ 7 ຫຼຽນຄຳ ສະນັ້ນ ເພື່ອຮັບປະກັນຄວາມໄວ້ເນື້ອ ເຊື່ອໃຈ ຈາກຄະນະນຳກິລາ ສະຫະພັນເປຕັງແຫ່ງຊາດ ມອບໝາຍພັນທະໃຫ້ ຂໍໃຫ້ຄຳ ໝັ້ນສັນຍາຈະພ້ອມກັນສ້າງ ຄວາມສາມັກຄີຮັກແພງເປັນ ຈິດໜຶ່ງໃຈດ່ຽວສູ້ຊົນຍາດເອົາຫຼຽນຄຳ ໃຫ້ທັບນັ ກິລາລາວ ໃນການເຂົ້າຮ່ວມງານດັ່ງ ກ່າວ.
ງານມະຫະກຳກິລາຊີ ເກມ ທີ່ປະເທດມາເລເຊຍ ຄັ້ງ ນີ້ ທັບນັກ ກິລາເປຕັງທີມຊາດ ລາວ ໄດ້ສົ່ງເຂົ້າຮ່ວມແຂ່ງຂັນ ທັງໝົດ 16 ຄົນ, ຍິງ 8 ຄົນ ລົງແຂ່ງຂັນຄົບ 7 ລາຍການ ປະກອບມີ ປະເພດ ດ່ຽວຍິງ- ຊາຍ, ທີມຄູ່ຍິງ-ຊາຍ ແລະ ຄູ່ປະສົມ. ໃນນັ້ນສະເພາະທີມ ຊຸດຍິງທີມຊາດລາວ ປະກອບ ມີ ນາງ ຄູນຄຳ ສຸກສະຫວັດ, ນາງ ມິ່ມີ່ ວົງສະຫວັດ ແລະ ນາງ ຈັນສະໝອນ ວົງສະ ຫວັດ ສ່ວນ ນາງ ຈິນດາວອນ ສີສະຫວັດ ແມ່ນເປັນນັກກິລາ ໂຕສຳຮອງ.
ຂ່າວຈາກ:laosportnews.com.