ບັນຫານໍ້າມັນເຊື້ອໄຟຂາດປໍ້າ ເກີດຈາກຫລາຍປັດໄຈ

ຂ່າວອອນລາຍອັດຕະປືລາຍງານວ່າ: ວັນທີ 9 ພຶດສະພາ 20222 ນີ້ ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ການຊີ້ແຈງ ສາເຫດທີ່ພາໃຫ້ລາຄານໍ້າມັນເຊື້ອໄຟ ໃນປັດຈຸບັນຂາດປໍ້າ ແລະ ມີການເຫນັງຕີງໃນແຕ່ລະວັນກໍຍ້ອນຫລາຍສາເຫດກະທົບທັງກົງ ແລະ ທາງອ້ອມ ຕາມສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫລັບຊັບຊ້ອນ ມີທັງກະລະໂອກາດ ແລະ ສິ່ງທ້າທາຍ ຊຶ່ງຄາດຄະເນໄດ້ຍາກອັນເນື່ອງມາຈາກການດໍາເນີນນະໂຍບາຍແຂງກະດ້າງຂອງອິດທິກໍາລັງຈັກກະພັດນາຍທຶນ ກໍ່ໃຫ້ເກີດຂໍ້ຂັດແຍ່ງດ້ານເສດຖະກິດ-ການຄ້າ, ບັນຫາສົງຄາມຂອງປະເທດຣັດເຊຍ-ຢູເຄຣນ, ເພາະວ່າ ຣັດເຊັຍເປັນປະເທດຫນຶ່ງໃນໂລກທີ່ຜະລິດນໍ້າມັນຫລາຍທີ່ສຸດ.
ສະເພາະ ສປປລ ລາວ ພວກເຮົາກໍປະເຊີນກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນເປັນຕົ້ນ: ໃນປັດຈຸບັນ ອັດຕາແລກປ່ຽນເງິນຕາ ແລະ ເງິນກີບລາວມີການຫລຸດໂຕນກັນ,ມີການເຫນັງຕີງຕະຫລອດເຮັດໃຫ້ເງິນກີບລາວອ່ອນຄ່າລົງກໍເປັນປັດໄຈກະທົບຂອງການນໍາເຂົ້ານໍ້າມັນເຊື້ອໄຟ, ການຊື້-ຂາຍ, ການສໍາລະດ້ວຍເງິນຕາຕ່າງປະເທດ(ໂດລາ), ການຕອບສະຫນອງບໍ່ໄປຕາມບົດບັນທຶກສັນຍາເບື້ອງຕົ້ນ,ລາຄານໍ້າມັນໃນທຸກໆ3-5ວັນ, ມີການເໜັງຕີງຂຶ້ນລົງເຮັດໃຫ້ຜູ້ນໍາເຂົ້າພົບຄວາມຫຍຸ້ງຍາກຫລາຍດ້ານ, ດ້ວຍເຫດນີ້, ຈິ່ງພາໃຫ້ນໍ້າມັນເຊື້ອໄຟຂາດປໍ້າ ແລະ ຕອບສະໜອງບໍ່ທັນກັບຜູ້ຊົມໃຊ້.
ຍິ່ງໄປກວ່ານັ້ນ,ຄວາມເຂົ້າໃຈຂອງຜູ້ດໍາເນີນທຸລະກິດຂາຍນໍ້າມັນເຊື້ອໄຟ ບາງປໍ້າ ແລະ ຜູ້ຄົນໃນສັງຄົມຈໍານວນຫນຶ່ງໄດ້ສວຍໃຊ້ວິກິດເປັນໂອກາດເຊັ່ນ: ກັກຕຸ້ນນໍ້າມັນເພື່ອຂາຍຍ່ອຍ,ດັດປັບລາຄາບໍ່ເອກະພາບຕາມແຈ້ງການ,ເກີດມີການຂາຍຍົກ-ຍ່ອຍເປັນແກ້ວ,ກະຕຸກຕາມຖະໜົນຫົນທາງ, ຕາມໜ້າປໍ້າ ຖືວ່າເປັນການລະເມີດຕໍ່ລະບຽບກົດຫມາຍ, ຄໍາສັ່ງ,ລະບຽບການ, ແຈ້ງການຂອງການຈັດຕັ້ງພັກ-ລັດວາງອອກ.
ຕໍ່ກັບບັນຫາດັ່ງກ່າວນີ້, ທາງເຈົ້າໜ້າທີ່ກໍຄືພະແນກ ອຸດສາຫະກໍາ ແລະ ການແຂວງ, ກໍ່ບໍ່ໄດ້ນິ້ງນອນໃຈ ແລະ ໄດ້ເຮັດໜ້າທີ່ຢ່າງຕັ້ງໜ້າ, ເປັນປະຈໍາ ໂດຍໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງ, ເມືອງ ແລະ ບ້ານ ໃນການລົງເຄື່ອນໄຫວປຸກລະດົມຂົນຂວາຍ, ໃຫ້ການໂຄສະນາຊີ້ແນະ, ກ່າວເຕືອນ ແລະ ສຶກສາອົບຮົມ, ສ້າງບົດບັນທຶກ ພ້ອມທັງປັບໃຫມ ຫລາຍພໍສົມຄວນແຕ່ປະກົດວ່າຍັງມີຜູ້ສືບຕໍ່ລະເມີດ.
ແຕ່ເຖິງຢາງໃດກໍຕາມໃນຕໍ່ໜ້ານີ້, ຈະໄດ້ເອົາໃຈໃສ່ຢ່າງຈິງຈັງໃນການແກ້ໄຂບັນຫາດັ່ງກ່າວນີ້ໃຫ້ຫລຸດໜ້ອຍຖອຍລົງ ແລະ ຂໍຝາກເຖິງສັງຄົມ, ພໍ່ແມ່ປະຊາຊົນໃນທົ່ວແຂວງ ອັດຕະປື ຊ່ວຍເປັນຫູເປັນຕາ, ຕິດຕາມບຸກຄົນໃດ, ປໍ້າໃດທີ່ບໍ່ປະຕິບັດຕາມລະບຽບແຈ້ງການຂອງຂັ້ນເທິງວາງອອກ, ການສວຍໂອກາດດັດປັບລາຄາ, ການຂາຍນໍ້າມັນແກ້ວຕາມທ້ອງຖະໜົນ, ໜ້າປໍ້າ ຫລື ກັກຕຸ້ນ ແລະ ອື່ນໆ ສາມາດປະສານ ແລະ ລາຍວານເຈົ້າໜ້າທີ່ກ່ຽວຂ້ອງ.

