ຫລາຍບໍລິສັດໃນຍີ່ປຸ່ນ ເລີ່ມທົດລອງເຮັດວຽກ 4 ວັນພັກ 3 ວັນ ປັບສົມດູນຊີວິດ ປ້ອງກັນພະນັກງານລາອອກ

ຫລາຍບໍລິສັດໃນຍີ່ປຸ່ນ ເລີ່ມທົດລອງເຮັດວຽກ 4 ວັນພັກ 3 ວັນ ເຜີຍໄດ້ຮັບເງິນເດືອນຄືເກົ່າ ເພື່ອຜົນປະໂຫຍດຕໍ່ພະນັກງານ ເປັນການປັບສົມດູນຊີວິດ ປ້ອງກັນພະນັກງານລາອອກ.
ວັນທີ 6 ພຶດສະພາ 2022, ເຈແປນ ທາມ ລາຍງານວ່າ: ບໍລິສັດຍີ່ປຸ່ນຫລາຍແຫ່ງເປີດໂອກາດໃຫ້ລູກນ້ອງເຮັດວຽກ 4 ວັນຕໍ່ອາທິດ ຈາກ 5 ວັນ ເພື່ອໃຫ້ມີຄວາມຫົດຢືດ ສາມາດປັບສົມດູນຊີວິດການເຮັດວຽກ ເພື່ອຕອບສະໜອງຕໍ່ຄວາມຮັບຜິດຊອບທາງເຮືອນ ຫລື ການພັດທະນາທັກສະໃໝ່ໆນອກບ່ອນເຮັດວຽກ ເພື່ອປ້ອງກັນບໍ່ໃຫ້ພະນັກງານລາອອກ.
ພານາໂຊນິກ ໂຮນດິ້ງ ຄອບ ເປັນບໍລິສັດຫລ້າສຸດທີ່ມີນະໂຍບາຍໃຫ້ເຮັດວຽກ 4 ວັນຕໍ່ອາທິດ ເຊິ່ງໃນເດືອນຜ່ານມາ ບໍລິສັດໃຫ້ພະນັກງານມີທາງເລືອກທີ່ຈະພັກວຽກ 3 ວັນໃນແຕ່ລະອາທິດ ໂດຍປະກາດຂຶ້ນຫລັງຈາກລັດຖະບານມີແນວທາງນະໂຍບາຍທີ່ຈະສະໜັບສະໜູນໃຫ້ບໍລິສັດຕ່າງໆເຮັດວຽກ 4 ວັນຕໍ່ອາທິດ ເພື່ອເປັນປະໂຫຍດແຈ້ງພະນັກງານເລື່ອງການລ້ຽງລູກ, ການເບິ່ງແຍງສະມາຊິກໃນຄອບຄົວ, ຜູ້ສູງອາຍຸ ຫລື ອາສາສະໝັກ.
ພານາໂຊນິກເລີ່ມໂຄງການນີ້ຮ່ວມກັບບໍລິສັດອື່ນໆ ໄປຈົນເຖິງກຸ່ມບໍລິສັດ ຮິຕາຊິ, ມິຊູໂຮະ ໄຟແນນຊຽວ ກຣຸບ ແລະ ຟາສ ຣີເທວລິ້ງ. ບໍລິສັດເຊນເສື້ອຜ້າ ຢູນິໂຄລ ໂດຍລະບຸວ່າ: ເປັນຄວາມຮັບຜິດຊອບຂອງເຮົາທີ່ຕ້ອງສ້າງຄວາມສົມດູນ ລະຫວ່າງວຽກກັບຊີວິດໃຫ້ພະນັກງານ.
ຂະນະທີ່ ຮິຕາຊິ ນັ້ນ ກ່າວວ່າ: ຈະຊ່ວຍໃຫ້ພະນັກງານຈັດຕາຕະລາງການເຮັດວຽກໃຫ້ຖືກຕ້ອງ ໃຫ້ສາມາດເຮັດວຽກ 4 ວັນຕໍ່ອາທິດໄດ້ ເຊິ່ງຕາມລະບົບແຮງງານໃໝ່ທີ່ຈະເປີດຕົວພາຍຫລັງ ພະນັກງານຂອງຮິຕາຊິ ຈະໄດ້ຮັບເງິນເດືອນເທົ່າເກົ່າ ເຖິງວ່າຈະພັກວຽກ 3 ວັນກໍຕາມ.
ຮິໂຣມິ ມູຣາຕະ ນັກວິໄຈອາວຸໂສຂອງສະຖາບັນຈັດຫາງານທ່ານໜຶ່ງ ກ່າວວ່າ: ບໍລິສັດຕ່າງໆເບິ່ງວ່າການໃຫ້ເຮັດວຽກ 4 ວັນຕໍ່ອາທິດ ຈະເປັນວິທີຮັກສາພະນັກງານທີ່ມີທັກສະໄວ້ໄດ້ ເນື່ອງຈາກຕ້ອງໃຊ້ເວລາໃນການຈ້າງຄົນໃໝ່ ແລະ ພັດທະນາໃຫ້ມີທັກສະໃນລະດັບດຽວກັນ.
ເຖິງຢ່າງໃດກໍຕາມ, ການຮວບຮວມຂອງ Mynavi Corp. ໃນເດືອນກຸມພາ ລະບຸວ່າ: 78,5% ຂອງແຮງງານທີ່ມີອາຍຸລະຫວ່າງ 20-50 ປີ ກ່າວວ່າ: ພວກເຂົາບໍ່ຕ້ອງການພັກວຽກ 3 ວັນ ຖ້າຕ້ອງຖືກຫລຸດຄ່າແຮງງານ, ຂະນະທີ່ 60,1% ຂອງຜູ້ຕອບແບບສອບຖາມ ບອກວ່າເປັນໄປບໍ່ໄດ້ ທີ່ຈະບອກໃຫ້ເຮັດວຽກ 4 ວັນຕໍ່ອາທິດ ດ້ວຍເຫດຜົນທີ່ແຕກຕ່າງກັນ ທັງພະນັກງານບໍ່ພຽງພໍ ແລະ ພາລະວຽກທີ່ຫລາຍເກີນໄປ.

