ລັດຖະບານໄທ ຈະບໍ່ປະໃຫ້ບໍລິສັດການບິນແຫ່ງຊາດຖືກລົ້ມລະລາຍ

ໂດຍ: ລູກເມືອງພວນ

ຮອງນາຍົກລັດຖະມົນຕີ ຮັບຜິດຊອບດ້ານເສດຖະກິດ SomkidJatusripitak ໃຫ້ຮູ້ວ່າ: ລັດຖະບານຈະບໍ່ປະໃຫ້ບໍລິສັດການບິນແຫ່ງຊາດຖືກລົ້ມລະລາຍ ແລະ ປະຕິເສດຂ່າວລືທີ່ວ່າ: ຈະເລີກຈ້າງພະນັກງານເປັນຈຳນວນຫຼາຍ ຍ້ອນວິກິດການດ້ານໂຄວິດ-19.

ທ່ານ Somkid ໃຫ້ຮູ້ວ່າ: ລັດຖະບານໄທ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອບໍລິສັດການບິນດ້ານການເງິນ ນັບທັງຂະນະທີ່ມີການລະບາດຂອງພະຍາດໂຄວິດ-19. ທ່ານ ຢືນຢັນວ່າ: ຈະບໍ່ຢຸດຈ້າງແມ່ນແຕ່ພະນັກງານຄົນດຽວ, ພ້ອມດຽວກັນນີ້, ທ່ານຍັງຮຽກຮ້ອງໃຫ້ຄະນະບໍລິຫານຂອງບໍລິສັດ ວາງແຜນ ທີ່ສາມາດອາດຈະພັດທະນາໄດ້ພາຍຫຼັງການລະບາດຂອງພະຍາດໂຄວິດ-19.

ໃນຂະນະນີ້, ບໍລິສັດການບິນແຫ່ງຊາດຂອງໄທ ມີພະນັກງານປະມານ 20.000 ຄົນ, ໃນນັ້ນບັນດາບໍລິສັດກ່ຽວຂ້ອງກັບການບໍລິການຂອງບໍລິສັດມີປະມານ 5.000 ໂຄຕາ.

ຮອງນາຍົກລັດຖະມົນຕີ ໄທ ໃຫ້ຮູ້ຕື່ມວ່າ: ກະຊວງການເງິນຂອງໄທຢາກຮູ້ວ່າ ໂຄງປະກອບສ້າງ ແລະ ແຜນຍຸດທະສາດທຸລະກິດຂອງບໍລິສັດ ແລະ ຄວາມສາມາດແຂ່ງຂັນໃນທ້ອງຕະຫຼາດໃນຕໍ່ໜ້ານີ້ວ່າເປັນແນວໃດ. ຍ້ອນມີພະຍາດໂຄວິດລະບາດ ຈຶ່ງເຮັດໃຫ້ບໍລິສັດການບິນ Thai Airways ຢຸດຕິທຸກສາຍການບິນກັບສາກົນຈົນເຖິງວັນທີ 31 ພຶດສະພານີ້. ໃນຂະນະດຽວກັນບັນດາບໍລິສັດລູກເຊັ່ນ Thai Smile ຍັງເປີດ 3 ສາຍການບິນພາຍໃນປະເທດເທົ່ານັ້ນ.

ບໍລິສັດການບິນແຫ່ງຊາດໄທ ໃຫ້ຮູ້ວ່າ: ການຕັດສາຍການບິນກັບສາກົນນັ້ນ ແມ່ນເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ຈຶ່ງໄດ້ສົ່ງຜົນກະທົບຕໍ່ການດຳເນີນການທຸລະກິດຂອງບໍລິສັດ.

ປັດຈຸບັນຍັງມີລາຍໄດ້ພຽງແຕ່ເຮັດການບໍລິການກິນ-ດື່ມ ແລະ ໃຫ້ເຊົ່າທີ່ດິນຂອງບໍລິສັດເທົ່ານັ້ນ. ນອກຈາກນີ້ ບໍລິສັດຍັງຈະບໍລິການດ້ານການຂົນສົ່ງສິນຄ້າ ແລະ ທ່ຽວບິນພິເສດທີ່ຈະໄປຮັບເອົາຄົນໄທທີ່ຕົກຄ້າງຢູ່ຕ່າງປະເທດກັບຄືນປະເທດເທົ່ານັ້ນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ