ແມນຊິຕີ ເລັງຄວ້າ ປ໊ອກບາ ແບບບໍ່ມີຄ່າຕົວ, ສ່ວນນັກເຕະບອກສົນໃຈຄືກັນ

‘‘ ເດິ ກາດຽນ’’ ສື່ຂອງອັງກິດ ລະບຸວ່າ ແມນເຊສເຕີ ຊິຕີ ພວມຊັ່ງໃຈເລື່ອງດຶງ ພອລ ປ໊ອກບາ ໄປຈາກ ແມນເຊສເຕີ ຢູໄນເຕັດ ແບບບໍ່ມີຄ່າຕົວ ໂດຍນັກເຕະຊາວຝຣັ່ງ ກໍມີທ່າທີສົນໃຈຍ້າຍໄປຢູ່ກັບທີມຄູ່ແຄ້ນຮ່ວມເມືອງເຊັ່ນດຽວກັນ ເພາະຢາກຮ່ວມງານກັບ ໂຈເຊບ ກວາດີໂອລາ.

ແມນເຊສເຕີ ຊິຕີ ພວມພິຈາລະນາທີ່ຈະຄວ້າ ພອລ ປ໊ອກບາ ກອງກາງ ແມນເຊສເຕີ ຢູໄນເຕັດ ໄປຮ່ວມທີມແບບບໍ່ມີຄ່າຕົວ ຫລັງຈົບລະດູການນີ້ ຕາມການລາຍງານຂອງ ເດິ ກາດຽນ ສື່ຊື່ດັງຂອງປະເທດອັງກິດ.

ປ໊ອກບາ ຈະຫມົດສັນຍາກັບ ແມນເຊສເຕີ ຢູໄນເຕັດ ຫລັງຈົບລະດູການນີ້ ເຊິ່ງກ່ອນຫນ້ານີ້ ຣາຟ ຣັງນິກ ຜູ້ຈັດການທີມຊ່ົວຄາວຂອງ ຜີແດງ ເວົ້າໃນລັກສະນະວ່າ ດາວຍິງຊາວຝຣັ່ງຄົງຈະບໍ່ຕໍ່ສັນຍາ ແລະ ບອກລາທີມແນ່ນອນ ແຕ່ຈົນເຖິງຕອນນີ້ ນັກເຕະຊາວຝຣັ່ງກໍຍັງບໍ່ໄດ້ປະກາດຢ່າງເປັນທາງການວ່າຈະເອົາແນວໃດກັບອະນາຄົດຂອງຕົວເອງ.

ຫລ້າສຸດ ເດິ ກາດຽນ ກໍບອກວ່າ ແມນ ຊິຕີ ສົນໃຈທີ່ຈະເອົາ ປ໊ອກບາ ໄປຮ່ວມທີມ ໂດຍທີ່ ໂຈເຊບ ກວາດີໂອລາ ຜູ້ຈັດການທີມ ແມນ ຊິຕີ ເຊື່ອວ່າ ປ໊ອກບາ ອາດຈະເຂົ້າກັບທີມໃນບົດບາດກອງກາງຂອງທີມໄດ້ດີ ເຊິ່ງນັກເຕະຊາວຝຣັ່ງກໍໃຫ້ຄວາມສົນໃຈທີ່ຈະຍ້າຍຂ້າມຝາກເຊັ່ນດຽວກັນ ເພາະຢາກຮ່ວມງານກັບ ກວາດີໂອລາ ຫລາຍ.

ແນວໃດກໍຕາມ ສື່ດັ່ງກ່າວຍັງເສີມວ່າ ອາດຈະຕ້ອງຍອມຮັບຄ່າເມື່ອຍຫນ້ອຍກວ່າທີ່ໄດ້ຮັບຈາກ ແມນຢູ ຫາກຫວັງທີ່ຈະໄປຮ່ວມທີມໃນຖິ່ນ ເອຕິຮັດ ໂດຍທີ່ຜ່ານມາລາວໄດ້ເງິນຈາກ ແມນຢູ ຢູ່ທີ່ 290,000 ປອນ/ອາທິດ ຂະນະທີ່ ແມນ ຊິຕີ ພ້ອມທີ່ຈະໃຫ້ສັນຍາກັບ ປ໊ອກບາ ເປັນໄລຍະເວລາ 4 ປີໃນເບື້ອງຕົ້ນ ພ້ອມມີຕົວເລືອກທີ່ຈະຂະຫຍາຍສັນຍາໄປອີກ 1 ປີ, ແຕ່ແນວໃດກໍຕາມພວກເຂົາຈະຍັງບໍ່ສາມາດທາບທາມ ປ໊ອກບາ ຢ່າງເປັນທາງການໄດ້ຈົນກວ່າລະດູການນີ້ຈົບລົງ.