ບາເຊໂຣນາ ຢືນຢັນ !!! ຊື້ນັກເຕະຈາກຍີ່ປຸ່ນມາເສີມທີມເປັນທີ່ຮຽບຮ້ອຍແລ້ວ

ບາເຊໂຣນາ ຢືນຢັນຊື້ ຮິໂຣກິ ອາເບະຕຳແໜ່ງກອງ ກາງເຊື້ອ ສາຍຍີປຸ່ນ ເປັນທີ່ ຮຽບຮ້ອຍ ແລ້ວ ຈາກສະໂມ ສອນ ຄາຊິ ມາ ແອນເລີ ຄາດ ວ່າຈະໄດ້ ຮ່ວມແຂ່ງຂັນ ປຣີ- ຊີຊັນ ກັບທີມຊຸດໃຫຍ່ຂອງ ສະໂມສອນ ບາເຊ ໂຣນາ ອີກດ້ວຍ.

ບາເຊໂຣນາ ສະໂມ ສອນບານເຕະຍັກໃຫຍ່ແຫ່ງ ເວທີ ລາລີກາ  ສະເປນ ປະ ກາດ ຢືນຢັນການຊື້ໂຕ ຮິໂຣກິ ອາເບະ ກອງກາງດາວເດັ່ນ ທີມຊາດຍີປຸ່ນ ຈາກ ຄາຊິມາ ແອນເລີ ຢ່າງເປັນທາງ ການ ແລ້ວ ເມື່ອວັນທີ 15 ກໍລະກົດ ທີ່ຜ່ານມາ ໂດຍເຊັນສັນ ຍາ ຍາວນານເຖິງ 4 ປີ.

ຄາຊິມາ ເເອນເລີ ຢືນຢັນ ການຂາຍ ອາເບະ ຕັ້ງແຕ່ວັນ ສຸກທີ 12 ກໍລະກົດ ເເລ້ວ ເຊິ່ງ ຄາດວ່າຄ່າ ໂຕຈະ ຢູ່ທີ່ 2 ລ້ານ ເອີໂຣ ກ່ອນທີ່ ບຣາເຊໂຣນາ ຈະປະກາດຕົກ ລົງຊື້ດາວເຕະ ອາຍຸ 20 ປີ ຢ່າງເປັນທາງ ການເມື່ອວັນ ຈັນທີ່ຜ່ານມາ ໂດຍຄາດວ່າ ອາເບະຈະຫຼິ້ນໃຫ້ກັບທີມ ບາ ເຊໂຣນາ      ເບໄປກ່ອນ ແຕ່ກໍ ອາດຈະໄດ້ແຂ່ງຂັນ   ປຣີ- ຊີຊັນ  ຮ່ວມນຳຊຸດໃຫຍ່ດ້ວຍ.

ທັງນີ້ ອາເບະ ເປັນໜຶ່ງ ໃນຂຸນພົນທີມ ຊາມູໄຣ ບລູ ຊຸດ ການແຂ່ງຂັນ ໂກປາອາ ເມລິກາ 2019 ທີ່ແຂ່ງຂັນ ສຳເລັດລົງໄປເມື່ອວັນທີ 7 ກໍລະກົດທີ່ຜ່ານມານີ້ອີກດ້ວຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ