ປີ 2022 ເມືອງດາກຈຶງແຂວງເຊກອງ ສູ້ຊົນແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ 397 ຄອບຄົວ

ດາກຈຶງ ເປັນ 1 ໃນ 47 ເມືອງທຸກຍາກໃນທົ່ວປະເທດ ແລະ ເປັນເມືອງທຸກຍາກຂອງແຂວງເຊກອງ
ເຊິ່ງຊຸມປີຜ່ານມາ, ອົງການປົກຄອງເມືອງໄດ້ຖືສຳຄັນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນບູລິມະສິດຕົ້ນຕໍ ທັງເປັນຍຸດທະສາດສຳຄັນ ໂດຍແຕ່ລະໄລຍະໄດ້ກໍານົດແຜນວຽກໃຫ້ສອດຄ່ອງ ເໝາະສົມກັບທ່າແຮງ ກໍຄືຄວາມສາມາດຈັດຕັ້ງປະຕິບັດຕົວຈິງຂອງທ້ອງຖິ່ນຮາກຖານ.. ເນື່ອງຈາກເມືອງດັ່ງກ່າວເປັນເຂດພູດອຍ, ລະດັບຄວາມສູງຈາກໜ້ານໍ້າທະເລ 1.200 ແມັດ, ມີ 54 ບ້ານ, 4.773 ຄອບ ຄົວ, ພົນລະເມືອງ 25.339 ຄົນ, ຍິງ 12.665 ຄົນ, ປະກອບມີ 4 ເຜົ່າຄຶ ເຜົ່າຕຣຽງ ກວມກວ່າ 54%, ເຜົ່າກະຕູ ກວມກວ່າ 22,3%, ເຜົ່າແຢະ ກວມກວ່າ 21,7% ແລະ ເຜົ່າລາວ ກວມກວ່າ 1,4%.
ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງໆດາກຈຶງ ເປີດເຜີຍວ່າ: ປີ 2021 ຜ່ານມາໄດ້ພັດທະນາພື້ນ ຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງຮັບໃຊ້ການຜະລິດ, ປັບປຸງຊີວິດການເປັນຢູ່ໂດຍການສົ່ງ ເສີມການປູກ-ການລ້ຽງ ແລະ ຈັດຕັ້ງກຸ່ມຜະລິດ ເຊິ່ງລັດໄດ້ລົງທຶນເປັນປົກກະຕິ ແລະ ການສະໜອງທຶນຈາກກອງທຶນຫລຸດຜ່ອນຄວາມທຸກຍາກ ( ທລຍ ), ທຶນສິນເຊື່ອເພື່ອແກ້ໄຂຄວາມທຸກຍາກຂອງທະນາຄານນະໂຍບາຍ, ທຶນສະໜັບສະໜູນຈາກບັນດາໂຄງການຊ່ວຍເຫລືອເພື່ອການພັດທະນາຜ່ານຂະແໜງການຕ່າງໆ.
ຈາກນີ້ຈຶ່ງໄດ້ເຮັດໃຫ້ປະຊາຊົນຢູ່ເຂດຊົນນະບົດ ສາມາດເຂົ້າເຖິງການບໍລິການຕ່າງໆກວມອັດຕາສ່ວນຫລາຍ. ໃນນີ້ໄດ້ປັບປຸງພື້ນຖານໂຄງລ່າງການສຶກສາ 3 ແຫ່ງ, ປັບປຸງລະບົບນໍ້າລິນຢູ່ 27 ບ້ານ ແລະ ຜ່ານການປະເມີນຕາມດໍາລັດ 348/ລບ ເຫັນວ່າ: ຄອບຄົວທຸກຍາກຍັງເຫລືອເກືອບ 55%, ບ້ານທຸກຍາກກວ່າ 88,8% ບໍ່ບັນລຸ 16 ມາດຖານຕົວຊີ້ວັດ, ປະເມີນຕາມ 4 ດ້ານ 30 ຕົວຊີ້ວັດຂອງການສ້າງບ້ານພັດທະນາເຫັນວ່າ: 36 ບ້ານ ກວມກວ່າ 66,66% ບໍ່ທັນບັນລຸ, ແຕ່ກໍມີ 18 ບ້ານບັນລຸໄດ້ ແລະ ການປະເມີນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ 47 ຕົວຊີ້ວັດ ບັນລຸໄດ້ພຽງແຕ່ 30 ຕົວຊີ້ວັດເທົ່ານັ້ນ ຍັງອີກ 17 ຕົວຊີ້ວັດທີ່ຕ້ອງສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸໄດ້ຊຸມປີຕໍ່ໜ້າ.
ຮອງເຈົ້າເມືອງໆດາກຈຶງ ກ່າວຕື່ມວ່າ: ແນວໃດກໍດີ, ເຖິງວ່າມີຫລບາຍດ້ານສະແດງອອກຢ່າງຈະແຈ້ງເຖິງຄວາມກ້າວໜ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ແຕ່ພວກເຮົາຍັງພົບສິ່ງທ້າທາຍຫລາຍດ້ານ ທີ່ເປັນອຸປະສັກ ເປັນຕົ້ນພື້ນຖານໂຄງລ່າງເສັ້ນທາງເຂົ້າສູ່ເຂດຊົນນະ ບົດ ກໍຄືເຂດການຜະລິດຂອງປະຊາຊົນຍັງຫຍຸ້ງຍາກ ແລະ ບາງຈຸດເປັນພຽງທາງຍ່າງທີ່ປະຊາຊົນນໍາໃຊ້ ລໍາລຽງຜົນຜະລິດເຂົ້າມາບ້ານ;
ການຜະລິດຍັງຂາດເຕັກນິກວິທະຍາສາດ ແລະ ຍັງຜະລິດແບບດັ້ງເດີມກະແຈກກະຈາຍບໍ່ມີກຸ່ມຜະລິດທີ່ເຂັ້ມແຂງ; ຕະຫລາດບໍ່ສາມາດເຂົ້າເຖິງການຜະລິດຂອງປະຊາຊົນເຮັດໃຫ້ລາຄາຜົນຜະລິດຖືກ ແລະ ຖືກເອົາປຽບຕະຫລອດ. ຕໍ່ສິ່ງທ້າທາຍດັ່ງກ່າວ, ອົງການປົກຄອງເມືອງພວກເຮົາໄດ້ພະຍາຍາມຍາດແຍ່ງແຫລ່ງທຶນເຂົ້າມາພັດທະນາພື້ນຖານໂຄງລ່າງເສັ້ນທາງ, ການຊ່ວຍເຫລືອດ້ານວິຊາການເຕັກນິກການປູກ-ການລ້ຽງທັງນໍາພາຜູ້ຜະລິດໄປທັດສະນະສຶກສາແລກປ່ຽນບົດຮຽນນໍາໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດທີ່ປະສົມຜົນສໍາເລັດການປູກ-ການລ້ຽງ; ສ້າງສິ່ງອໍານວຍຕ່າງໆເພື່ອໃຫ້ຕະຫລາດໄດ້ເຂົ້າເຖິງເຂດຜະລິດຂອງປະຊາຊົນທັງສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມການຜະ ລິດ ເຮັດໃຫ້ກຸ່ມຜະລິດເປັນຕົວແທນຂອງຜູ້ຜະລິດເຈລະຈາການຊື້-ຂາຍຜົນຜະລິດກະສິກໍາຂອງກະສິກອນ.
ສຳລັບທິດທາງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປີ 2022, ເມືອງດາກຈຶງ ຈະສຸມໃສ່ປັບ ປຸງ, ກໍ່ສ້າງ ແລະ ຂະຫຍາຍພື້ນຖານໂຄງລ່າງ, ພື້ນຖານວັດຖຸເຕັກນິກຮັບໃຊ້ການຜະລິດຂອງປະຊາຊົນ ເປັນຕົ້ນຊົນລະປະທານ, ເພີ່ມຄວາມຮູ້ເຕັກນິກ-ວິຊາການການປູກ-ການລ້ຽງ, ສະໜອງແນວພັນພືດ-ສັດ ພ້ອມທັງນໍາພາປະຊາຊົນເຮັດຕົວຈິງເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຢູ່ຊົນນະບົດໃຫ້ເປັນຂະບວນການຢ່າງແຂງແຮງ ແລະ ສາມາດແກ້ໄຂຄວາມທຸກຍາກໄດ້ຢ່າງແທ້ຈິງ. ຂະນະດຽວກັນ ຈະຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນ 11 ບ້ານຢູ່ 2 ກຸ່ມບ້ານລຽບຊາຍແດນຄື ກຸ່ມບ້ານດາກປາ ແລະ ກຸ່ມບ້ານອາຢູນ ໂດຍລວມແລ້ວ ສູ້ຊົນເຮັດໃຫ້ຄອບຄົວພົ້ນທຸກ 397 ຄອບຄົວ ແລະ ເຮັດໃຫ້ອັດຕາຄວາມທຸກຍາກຍັງເຫລືອ 1.800 ຄອບຄົວ, ປະກາດບ້ານພົ້ນທຸກໃຫ້ໄດ້ 2 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 100 ຄອບຄົວ ແລະ ບ້ານພັດທະນາ 1 ບ້ານ.

