ຫ້ອງການ ຮສສ ເມືອງເມິງ ແຂວງບໍ່ແກ້ວ ມອບເຄື່ອງນຸ່ງຫົ່ມຕ້ານໄພໜາວໃຫ້ຄອບຄົວທຸກຍາກ ບ້ານປຸ່ງຜາ ຈໍານວນ 100 ຖົງ

ວັນທີ 9 ພະຈິກ 2023 ນີ້, ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ເມືອງເມິງ ແຂວງບໍ່ແກ້ວ, ໄດ້ລົງມອບເຄື່ອງນຸ່ງຫົ່ມຕ້ານໄພໜາວ ໃຫ້ປະຊາຊົນ ບ້ານປຸ່ງຜາ ໂດຍສະເພາະແມ່ນຄອບຄົວທີ່ທຸກຍາກຂາດເຂີນ, ເຊິ່ງ ມອບໂດຍ ທ່ານ ໂພສີ ປໍລະເມິງ ຫົວໝ້າຫ້ອງການ ຮສສ ເມືອງເມິງ.

ເພື່ອຊ່ວຍເຫລືອພໍ່ແມ່ປະຊາຊົນເຂດຫ່າງໄກສອກຫລີກ ທີ່ມີຄວາມຂາດເຂີນດ້ານເຄື່ອງນຸ່ງຫົ່ມ ໃນໄລຍະ ປີ 2023 ໂດຍໄດ້ຮັບການຊ່ວຍເຫລືອຈາກພະແນກແຮງານ ແລະ ສະຫວັດດີການ-ສັງຄົມ ແຂວງບໍ່ແກ້ວ, ເພື່ອແຈກຍາຍໃຫ້ບັນດາເມືອງຕ່າງໆພາຍໃນແຂວງ, ໃນນັ້ນ ເຄື່ອງນຸ່ງຫົ່ມທີ່ນໍາມາມອບມີຈໍານວນ 100 ຖົງ ປະກອບມີ: ໂສ້ງ ແລະ ເສື້ອກັນໜາວ ຄອບຄົວລະ 1 ຖົງ ລວມມູນຄ່າ 5 ລ້ານກວ່າກີບ.

ພາຍຫລັງທີ່ມີການມອບ-ຮັບ ເຄື່ອງນຸ່ງຫົ່ມຕ້ານໄພໜາວໃຫ້ແກ່ປະຊາຊົນແຕ່ລະຄອບຄົວແລ້ວ ທ່ານ ໂພສີ ປໍລະເມິງ, ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງເມິງ ໄດ້ສະແດງຄວາມດີໃຈ ແລະ ພາກພູມໃຈ ແລະ ດ້ວຍຄວາມເປັນຫ່ວງເປັນໃຍທີ່ພັກ-ລັດຂັ້ນເທິງ ທີ່ມີຕໍ່ປະຊາຊົນບັນດາເຜົ່າທຸກພາກສ່ວນທີ່ມີຄວາມທຸກຍາກຂາດເຂີນ ແລະ ໄດ້ນໍາເອົາເຄື່ອງນຸ່ງຫົ່ມຕ້ານໄພໜາວມາມອບຊ່ວຍເຫລືອໃຫ້ແກ່ຄອບຄົວດັ່ງກ່າວ ແລະ ຂໍໃຫ້ກໍາລັງໃຈຕໍ່ພໍ່ແມ່ປະຊາຊົນທຸກຄົນຈົ່ງພ້ອມສືບຕໍ່ດໍາລົງຊີວິດ, ສ້າງເສດຖະກິດຄອບຄົວຂອງຕົນເອງໃຫ້ມີຢູ່ມີກິນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.