ເບີນລີ ປົດ ຊອນ ໄດ ຈາກຕຳແຫນ່ງຜູ້ຈັດການທີມ

ເບີນລີ ຖະແຫລງ ຊອນ ໄດ ອອກຈາກຕຳແຫນ່ງຜູ້ຈັດການທີມທາງການ ຫລັງຄຸມທີມມາດົນເກືອບ 10 ປີ ພ້ອມເປັນຜູ້ຈັດການທີມຄົນ 10 ຂອງພຣີເມຍລີກທີ່ຖືກສັ່ງປົດໃນລະດູການນີ້.

ສຳລັບ ໄດ ເຂົ້າມາເຮັດຫນ້າທີ່ເປັນຜູ້ຈັດການທີມຂອງ ເບີນລີ ມາຕັ້ງແຕ່ປີ 2012 ເຊິງລາວມີສ່ວນໃນການພາທີມເລື່ອນຊັ້ນຈາກ ແຊ໊ມປຽນລີກ ເຖິ 2 ຄັ້ງ ພ້ອມເຄີຍຊ່ວຍໃຫ້ສະໂມສອນໄປຫລິ້ນບານຢູຮົບເປັນຄັ້ງທຳອິດໃນຮອບ 51 ປີ.

ແນວໃດກໍຕາມ ຜົນງານຂອງ ເບີນລີ ໃນລະດູການນີ້ ພັດບໍ່ຫນ້າພໍໃຈ ຫລັງປັດຈຸບັນຢູ່ໃນອັນດັບ 18    ຂອງຕາຕະລາງ ດ້ວຍການມີ 24 ຄະແນນຈາກ 30 ແລະຕ້ອງ ນັດ ແລະ ຕ້ອງດີ້ນຊັ່ນ ໃນລີກ 8.

ຫລ້າສຸດ ເບີນລີ ອອກຖະແຫລງການວ່າ ‘‘ ບໍ່ໄດ້ແຍກທາງກັບ ໄດ ລວມເຖິງທີມຄູຝິກຍົກຊຸດ ໂດຍ ອາລັນ ເພຣຊ ປະທາງສະໂມສອນ ກ່າວໃນເລື່ອງນີ້ວ່າ  ອັນທຳອິດ ເຮົາຢາກຂໍຂອບໃຈທຸກສິ່ງທຸກຢ່າງ ຕໍ່ ຊອນ ແລະ ທີມງານຂອງລາວ ສຳລັບຄວາມສຳເລັດທີ່ສ້າງໃຫ້ສະໂມສອນໃນໄລຍະ 10 ປີ ຜ່ານມາ ໃນໄລຍະເວລາຂອງ ເທີບ ມົວ ຊອນ ໄດ້ຮັບເຄຣດິດທັງໃນ ແລະ ນອກສະຫນາມ ເປັນທີ່ເຄົາລົບຂອງນັກເຕະ ທີມງານກອງເຊຍ ແລະ ຊຸມຊົນບານເຕະໃນວົງການ ’’.

‘‘ ແນວໃດກໍຕາມ ຜົນງານໃນລະດູການນີ້ຫນ້າຜິດຫວັງ ແລະ ໃນຂະນະນີ້ເປັນການຕັດສິນໃຈທີ່ຍາກຢ່າງບໍ່ຫນ້າເຊື່ອ ໂດຍເຫລືອອີກ 8 ເກມສຳຄັນຂອງໃນລີກ ເຮົາຮູ້ສຶກວ່າຈຳເປັນຕ້ອງປ່ຽນແປງ ເພື່ອໃຫ້ທີມມີໂອກາດທີ່ດີທີ່ສຸດສຳລັບການຢູ່ລອດໃນພຣີເມຍລີກ ’’.

 

ທັງນີ້ ໄດ ຄືຜູ້ຈັດການທີມຖາວອນລາຍທີມ 10 ເຊິ່ງຖືກປົດໃນລີກສູງສຸດໃນອັງກິດລະດູການນີ້ ຕໍ່ຈາກ ຊິສໂກ ມູນຢອດ, ສະຕີບ ບຣູດ ເອສປີຣິໂຕ, ແດນຽລ ຟາເກ, ດີນ ສະມິດ, ໂອເລ ກຸນນາ ໂຊຊາ, ຣາຟາເອລ ເບນີເຕັດ, ເຄລາດີໂອ ຣານິເອຣີ ແລະ ມາເຊໂລ ບິເອລຊາ.