ແມນຢູ ຢືນຢັນ ຄວ້າໂຕ ອັນເດຣ ໂອນານາ ເປັນມືໜຶ່ງຄົນໃໝ່ຢ່າງເປັນທາງການ


ແມນເຊັສເຕີ ຢູໄນເຕັດ ປະກາດການເຊັນສັນຍາກັບຜູ້ຮັກສາປະຕູຊາວ ແຄມເມີຣູນ ອັນເດຣ ໂອນານາ ເຂົ້າຮ່ວມທີມເປັນທີ່ຮຽບຮ້ອຍ.
ນັກຮັບໄວ 27 ປີ ໄດ້ເຊັນສັນຍາເປັນມືຮັບຄົນໃໝ່ຂອງ ແມນເຊັສເຕີ ຢູໄນເຕັດ ດ້ວຍສັນຍາ 5 ປີ ພ້ອມທາງເລືອກຂະຫຍາຍອອກໄປອີກຫນຶ່ງປີຈາກ ອິນເຕີ ມິລານ ໃນມູນຄ່າ 43.8 ລ້ານປອນ.
ສໍາລັບ ໂອນານາ ກໍາລັງເດີນທາງໄປທີສະຫະລັດອາເມລິກາ ເພື່ອສົມທົບທີມຂອງ ເອຣິກ ເທນຮາກ ທີ່ຈະລົງຫລິ້ນເກມອຸ່ນເຄື່ອງກັບ ອາເຊນອລ ໃນວັນທີ 23 ກໍລະກົດນີ້ ເຊິ່ງເປັນທີ່ໜ້າສົນໃຈວ່າລາວຈະພ້ອມໄດ້ທັນເວລາຫລືບໍ່?

