ຝ່າຍຈັດແຂ່ງຂັນ ເອຊຽນເກມ 2022 ຢືນຢັນສະຫນາມກິລາພ້ອມໃຊ້ງານທັງຫມົດແລ້ວ

ຝ່າຍຈັດການແຂ່ງຂັນມະຫະກຳກິລາ ເອຊຽນເກມ 2022 ‘‘ ຫາງໂຈເກມ’’ ທີ່ຈີນເປັນເຈົ້າພາບ ເປີດເຜີຍເຖິງຄວາມຫນ້າໃນການກຽມງານຫລ້າສຸດ ໂດຍຢືນຢັນວ່າສະຫນາມແຂ່ງຂັນກິລາທັງຫມົດ 56 ແຫ່ງ ຢູ່ໃນສະພາບສົມບູນພ້ອມຕໍ່ການໃຊ້ງານທັງຫມົດແລ້ວ ກ່ອນເຖິງກຳນົດເປີດສາກ 6 ເດືອນ.
ຖະແຫລງການຈາກຝ່າຍຈັດການແຂ່ງຂັນລະບຸວ່າ ການກວດສອບຄວາມພ້ອມຂອງສະຫນາມເພື່ອໃຊ້ງານນັ້ນສຳເລັດເປັນທີ່ຮຽບຮ້ອຍແລ້ວ ເຊິ່ງນອກຈາກສະຫນາມແຂ່ງຂັນແລ້ວ ຍັງມີການສ້າງຫມູ່ບ້ານນັກກິລາອີກຫລາຍແຫ່ງ ແລະ ສະຫນາມຝຶກຊ້ອມກິລາອີກຫລາຍກວ່າ 30 ແຫ່ງ ເພີ່ມຕື່ມນຳອີກ.
ສ່ວນຂໍ້ກັງວົນກ່ຽວກັບການລະບາດຂອງໂຄວິດ-19 ຝ່າຍຈັດການແຂ່ງຂັນເປີດເຜີຍວ່າມີການວາງແຜນໂດຍອ້າງອີງແນວທາງຈາກໂອລິມປິກເກມລະດູຫນາວ 2022 ເຊິ່ງຈີນຫາກໍຮັບຫນ້າທີ່ເປັນເຈົ້າພາບໄປເມື່ອເດືອນກຸມພາ ແລະ ແຜນດັ່ງກ່າວຈະຖືກເປີດເຜີຍໃນອີກບໍ່ເທົ່າໃດອາທິດຕໍ່ຈາກນີ້.
ສຳລັບເອຊຽນເກມຄັ້ງນີ້ ນັບເປັນຄັ້ງທີ 19 ແຂ່ງຂັນກັນລະຫວ່າງວັນທີ 10-25 ກັນຍາ ໂດຍເມືອງຫາງໂຈທີ່ຮັບຫນ້າທີ່ເປັນເຈົ້າພາບນັ້ນ ຢູ່ໃນມົນທົນເຈີ້ຈຽງ ທາງຕາເວັນອອກຂອງຈີນ ນັບເປັນເມືອງທີ 3 ຂອງຈີນທີ່ໄດ້ຈັດເອເຊນເກມ ຕໍ່ຈາກນະຄອນປັກກິ່ງ 1990 ແລະ ເມືອງກວາງໂຈ 2010.

