ການາໂຊ ຕົກລົງຕໍ່ສັນຍາ ແມນຢູ ເຖິງປີ 2028

ແຟນບານ ແມນຢູ ຍິ້ມເບີກບານມ່ວນຊື່ນ ເມື່ອ ອາເລຮານໂດຣ ການາໂຊ ປີກທີມຊາດອາເຈນຕີນາ ຕົກລົງທີ່ຈະຕໍ່ສັນຍາສະບັບໃຫມ່ກັບ ແມນເຊສເຕີ ຢູໄນເຕັດ ອອກໄປຈົນເຖິງປີ 2028 ແລ້ວ.

ອາເລຮານໂດຣ ການາໂຊ ປີກດາວຮຸ່ງຊາວອາເຈນຕີນາ ບັນລຸຂໍ້ຕົກລົງດ້ວຍວາຈາໃນການຕໍ່ສັນຍາສະບັບໃຫມ່ກັບ ແມນເຊສເຕີ ຢູໄນເຕັດ ຕົ້ນສັງກັດໃນພຣີເມຍລີກ ອັງກິດ ອອກໄປອີກ 5 ປີ ຫລື ຈົນເຖິງປີ 2028 ແລ້ວ ຕາມລາຍງານຈາກ ESPN ສື່ຊື່ດັງຂອງອາເມລິກາ.

ການາໂຊ ເຫລືອສັນຍາຈົນເຖິງປີ 2024 ເທົ່ານັ້ນ ໂດຍກ່ອນໜ້ານີ້ມີລາຍງານວ່າ ດາວເຕະອາຍຸ 18 ປີ ອາດຈະບໍ່ຂະຫຍາຍສັນຍາສະບັບໃຫມ່ໃນຖິ່ນ ໂອນ ແທຣຟຟອດ ໂດຍມີ ຣຽວ ມາດຣິດ ທີ່ຈ້ອງຈະດຶງຕົວໄປຮ່ວມທີມແບບບໍ່ມີຄ່າຕົວ.

ແນວໃດກໍຕາມ ຫລ້າສຸດ ESPN ເປີດເຜີຍວ່າ ການາໂຊ ຕົກລົງທີ່ຈະຕໍ່ສັນຍາສະບັບໃຫມ່ກັບ ແມນເຊສເຕີ ຢູໄນເຕັດ ອອກໄປອີກ 5 ປີແລ້ວ ໂດຍເວລານີ້ເຫລືອພຽງຖ້າໃຫ້ທັງ 2 ຝ່າຍຕົກລົງເລື່ອງລາຍໄດ້ຈາກລິຂະສິດດ້ານພາບໄດ້ເທົ່ານັ້ນ ກໍໜ້າຈະມີການຈົດປາກກາເຊັນສັນຍາກັນຢ່າງເປັນທາງການທັນທີ.

ທັງນີ້ ການາໂຊ ລົງຫລິ້ນໃຫ້ ແມນຢູ ໄປແລ້ວເຖິງ 25 ນັດໃນລະດູການນີ້ ແລະ ຍິງໄປແລ້ວ 3 ປະຕູ ໂດຍການຕໍ່ສັນຍາສະບັບໃຫມ່ຈະເຮັດໃຫ້ປີກພອນສະຫວັນຊາວອາເຈນຕີນາ ໄດ້ຮັບຄ່າເມື່ອຍເພີ່ມຂຶ້ນເຖິງ 10 ຕົວເປັນ 50,000 ປອນ/ອາທິດ.