ຈັບກຸ່ມຄົນໃຊ້ລົດຕັອກໆຂົນສົ່ງໂຄເຄນ 640 ກິໂລກຣາມ ຢູ່ດ່ານດົງກະລໍ ເມືອງໂຂງ

ຂ່າວໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 25 ມີນາ 2022, ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ເຈົ້າໜ້າທີ່ຕຳຫຼວດ ຕມ ສົມທົບກັບເຈົ້າໜ້າທີ່ທະຫານ ຄໍ 526 ປະຈຳຢູ່ດ່ານດົງກະລໍ ເມືອງໂຂງ ໄດ້ພາກັນອອກລາດຕະເວນຕາມຂອບເຂດຊາຍແດນລາວ-ກຳປູເຈຍ ໄດ້ພົບເຫັນຄົນຂັບລົດຕ໊ອກໆຈຳນວນ 3 ຄັນ ຂີ່ມາຕາມເສັ້ນທາງແລວໄຟຟ້າແຮງສູງ ຢູ່ທາງຫຼັງດ່ານຊາຍແດນດົງກະລໍ ກຳລັງຈະມຸ່ງໜ້າໄປປະເທດກຳປູເຈຍ, ເຈົ້າໜ້າທີ່ ໄດ້ບອກໃຫ້ພວກກ່ຽວຢຸດລົດ ແລ້ວພວກກ່ຽວໄດ້ອາໄສຄວາມມືດຫຼົບໜີເຂົ້າປ່າ. ຫຼັງຈາກນັ້ນ ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນລົດຕັອກໆທັງ 3 ຄັນ ພົບເຫັນຢາເສບຕິດ ປະເພດໂຄເຄນ ຈຳນວນ 32 ກະສອບ ມີ 640 ຖົງ ນໍ້າໜັກ 640 ກິໂລກຣາມ.
ເຈົ້າໜ້າທີ່ ຈຶ່ງໄດ້ຢືດລົດ ແລະ ຢາເສບຕິເສບຈຳນວນດັ່ງກ່າວໄວ້ເປັນຂອງກາງ, ສ່ວນຜູ້ຖືກຫາເຈົ້າໜ້າທີ່ກຳລັງເລັ່ງສອບສວນ-ສອບສວນ ເພື່ອນຳຈັບຕົວມາດຳເນີນຄະດີ.
ຂ່າວຈາກ: ໜັງສືພິມຄວາມສະຫງົບ

