ປຶກສາຫາລື ການເກັບຊື້ເສດໂລຫະ ຫລື ເສດອະໂລຫະ ເພື່ອນຳມາເປັນວັດຖຸດິບມາຜະລິດ ແລະ ປຸງແຕ່ງຄືນໃໝ່

ວັນທີ 8 ທັນວາ 2023, ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ຮ່ວມກັບ ກຸ່ມຜູ້ຜະລິດເຫຼັກແຫ່ງ ສປປ ລາວ ປຶກສາຫາລື ການຕິດຕາມ, ກວດກາ ການເກັບຊື້ເສດໂລຫະ ຫຼື ເສດອະໂລຫະ ຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ແລະ ການຈັດຕັ້ງປະຕິບັດແຈ້ງການ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1638/ອຄ ແລະ ແຈ້ງການຂອງພະແນກອຸດສາຫະກໍາ ແລະ ການຄ້າ ເລກທີ 1854/ພອຄ ເພື່ອສະຫງວນວັດຖຸດິບປ້ອນໂຮງງານອຸດສາຫະກຳປຸງແຕ່ງຢູ່ພາຍໃນປະເທດລາວ, ໂດຍການເປັນປະທານຂອງ ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ສອນສະຫວັນ ສຸກດາລາ ປະທານກຸ່ມຜູ້ຜະລິດເຫຼັກແຫ່ງ ສປປ ລາວ,
ທ່ານ ອະພິວັດ ສົມບູນຂັນ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ເປັນກອງປະຊຸມຄັ້ງທໍາອິດ ທີ່ຂະແໜງການຄຸ້ມຄອງມະຫາພາກ ພາກລັດ ແລະ ພາກທຸລະກິດ ກໍຄືຜູ້ປະກອບການທຸລະກິດໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ແລະ ຜູ້ປະກອບການເກັບຊື້ – ຂາຍ ເສດໂລຫະ ແລະ ອະໂລຫະ ໄດ້ເຂົ້າມາເຕົ້າໂຮມກັນ ເພື່ອປຶກສາຫາລື ແກ້ໄຂບັນຫາຮ່ວມກັນ, ເພື່ອເປັນການຈັດຕັ້ງປະຕິບັດຄໍາສັ່ງຂອງຂັ້ນເທິງໃຫ້ມີຜົນສັກສິດ ໃນການເຮັດພາລະບົດບາດຂອງອົງການຄຸ້ມຄອງມະຫາພາກ ແນໃສ່ຊຸກຍູ້ສົ່ງເສີມການລົງທຶນໂຮງງານອຸດສາຫະກຳປຸງແຕ່ງຜະລິດສິນຄ້າຢູ່ພາຍໃນໃຫ້ເຂັ້ມແຂງເປັນກ້າວໆ ຮັບປະກັນໄດ້ວັດຖຸດິບຢູ່ພາຍໃນສະໜອງໃຫ້ພຽງພໍກັບບໍລິມາດການຜະລິດຂອງໂຮງງານ ແລະ ມີຜະລິດຕະພັນເຫຼັກຈໍາໜ່າຍໃຫ້ແກ່ສັງຄົມ ເພື່ອຫລຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດເທື່ອລະກ້າວ ແລະ ຫຼຸດຜ່ອນການຂາດດຸນເງິນຕາໃນການສໍາລະສະສາງໜີ້ຕ່າງປະເທດ ໃຫ້ຫຼຸດໜ້ອຍຖອຍລົງ, ດ້ວຍເຫດນັ້ນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ໃຫ້ຄຸ້ມຄອງຫົວໜ່ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ, ການຕິດຕາມກວດກາ ການເກັບຊື້ ເສດໂລຫະ ແລະ ອະໂລຫະ ຢູ່ພາຍໃນຕ້ອງສອດຄ່ອງກັບວັດຖຸປະສົງ ແລະ ເປົ້າໝາຍຂອງວິສາຫະກິດ ລວມທັງຕ້ອງປະຕິບັດລະບຽບຂອງຂະແໜງການຄຸ້ມຄອງພາກລັດທີ່ກ່ຽວຂ້ອງ ແລະ ຫ້າມເດັດຂາດ ການສົ່ງອອກເສດໂລຫະ ແລະ ອະໂລຫະ ເພື່ອສະຫງວນໄວ້ ໃຫ້ໂຮງງານອຸດສາຫະກໍາປຸງແຕ່ງພາຍໃນປະເທດ.
ພ້ອມນີ້ ທ່ານຍັງຮຽກຮ້ອງໃຫ້ພາກສ່ວນ ທີ່ເຂົ້າຮ່ວມເອົາໃຈໃສ່ປຶກສາຫາລືຊອກຫາວິທີທາງອອກຊ່ວຍກັນ, ຮັບປະກັນລາຄາ ແລະ ຜົນປະໂຫຍດຂອງແຕ່ລະຝ່າຍຢ່າງສະເໝີພາບ, ຍົກເອົາບັນຫາ ແລະ ຄວາມຈິງ ມາປຶກສາຫາລື, ຫຼີກເວັ້ນການລະເມີດລະບຽບ ແລະ ການປັບໃໝໃສ່ໂທດ. ບົນຟື້ນຖານເນື້ອໃນຈິດໃຈການຈັດຕັ້ງປະຕິບັດການແກ້ໄຂບັນຫາທີ່ເຄັ່ງຮ້ອນ ຕາມຄຳສັ່ງຂອງລັດບານ ເຊິ່ງເປັນຄວາມຮັບຜິດຊອບຂອງຄົນລາວໝົດທຸກຄົນ ຈະຜ່ານຜ່າວິກິດການທາງດ້ານເສດຖະກິດໄດ້ ພວກເຮົາຄົນລາວ ຕ້ອງໄດ້ຮ່ວມມືກັນ, ຊ່ວຍເຫຼືອກັນແກ້ໄຂ, ພ້ອມກັນສ້າງຄ່ານິຍົມ ແລະ ຊົມໃຊ້ຜະລິດຕະພັນສິນຄ້າ ທີ່ຜະລິດໄດ້ຢູ່ພາຍໃນໃຫ້ກ້ວາງຂວາງ, ດັ່ງຄໍາເວົ້າທີ່ວ່າ ” ລາວເຮັດ, ລາວໄດ້, ລາວໃຊ້ ຊາດຂັ້ມແຂງ – ຮັ່ງມີ.

