ກຳປູເຈຍຂໍຍີ່ປຸ່ນລົງທຶນກໍ່ສ້າງລົດໄຟຟ້າ

ນາຍົກລັດຖະມົນຕີກຳປູເຈຍຂໍການສະໜັບສະໜູນດ້ານການເງິນຈາກຍີ່ປຸ່ນ ໃຫ້ລົງທຶນໃນໂຄງການກໍ່ສ້າງລົດໄຟຟ້າເຊື່ອມລະຫວ່າງໃຈກາງນະຄອນຫລວງພະນົມເປັນກັບສະໜາມບິນແຫ່ງຊາດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 8 ສິງຫານີ້ວ່າ: ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ກ່າວລະຫວ່າງການຢ້ຽມຢາມນະຄອນຫລວງໂຕກຽວ ໃນວັນທີ 7 ສິງຫາວ່າ: ຈະມີການຫາລືກັບນາຍົກລັດຖະມົນຕີ ຊິນໂຊ ອາເບະ ກ່ຽວກັບການຂໍການຊ່ວຍເຫລືອດ້ານການພັດທະນາລະບົບໂຄງສ້າງພື້ນຖານ ໂດຍສະເພາະໂຄງການກໍ່ສ້າງລົດໄຟຟ້າເຊື່ອມລະຫວ່າງໃຈກາງນະຄອນຫລວງພະນົມເປັນກັບສະໜາມບິນແຫ່ງຊາດທີ່ຢູ່ທາງຕາເວັນຕົກຂອງເມືອງຫລວງ ເຊິ່ງອາດຕ້ອງໃຊ້ງົບປະມານໃນການລົງທຶນສູງເຖິງ 800 ລ້ານໂດລາສະຫະລັດ.
ເຖິງວ່າຈີນຍັງເປັນປະເທດຜູ້ລົງທຶນລາຍໃຫຍ່ທີ່ສຸດຂອງກຳປູເຈຍ, ແຕ່ຍີ່ປຸ່ນເຊິ່ງປັດຈຸບັນຢູ່ອັນດັບທີ 3 ເພີ່ມການສະແດງບົດບາດທາງເສດຖະກິດຢູ່ກຳປູເຈຍຫລາຍຂຶ້ນຢ່າງຕໍ່ເນື່ອງ ໂດຍມູນຄ່າການຄ້າລະຫວ່າງສອງປະເທດບັນລຸ 1.300 ລ້ານໂດລາສະຫະລັດ ໃນປີຜ່ານມາ ແລະ ນັບແຕ່ປີ 1992 ເປັນຕົ້ນມາ ຍີ່ປຸ່ນຖືເປັນຜູ້ບໍລິຈາກລາຍໃຫຍ່ທີ່ສຸດຂອງກຳປູເຈຍ ດ້ວຍການບໍລິຈາກເງິນເພື່ອສະໜັບສະໜູນໂຄງການການຊ່ວຍເຫລືອ ແລະ ການພັດທະນາໃນກຳປູເຈຍຫລາຍກວ່າ 2.000 ລ້ານໂດລາສະຫະລັດ.

