ວັນທີ29ເມສານີ້,ກະຊວງ ສາທາລະນະສຸກ ອິນເດຍ ກວດພົບ ຜູ້ຕິດເຊື້ອ ລາຍໃໝ່ 379.257ຄົນ ເປັນສະຖິຕິ ສູງສຸດ ຂອງໂລກ ອີກຄັ້ງ ແລະ ມີຜູ້ເສຍຊີວິດ 3.645ຄົນ ເຮັດໃຫ້ສະຖິຕິ ຜູ້ຕິດເຊື້ອ ທັງໝົດ18,3 ລ້ານກວ່າຄົນ ແລະ ຜູ້ເສຍຊີວິດ204.000 ກວ່າຄົນ.ການສັກ ວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ແກ່ປະຊາຊົນ ສ່ວນໃຫຍ່ ຄືຄວາມຫວັງ ສຸດທ້າຍ ໃນການຄວບຄຸມການແຜ່ລະບາດ ໃນອິນເດຍ.ຂະນະນີ້ ອິນເດຍ ໄດ້ເປີດໃຫ້ ຊາວອິນເດຍ ທີ່ມີອາຍຸ 18ປີຂຶ້ນໄປ ລົງທະບຽນ ເຂົ້າຮັບ ການສັກ ວັກຊິນແລ້ວ ແລະ ຈະເປີດສັກວັກຊິນ ໃນວັນທີ1ພຶດສະພາ ເປັນຕົ້ນໄປ. ປັດຈຸບັນ ລັດຖະບານ ອິນເດຍ ພວມເລັ່ງຜະລິດ ວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ພຽງພໍ ໃນການສະໜອງ ຢາສັກ ໃຫ້ປະຊາຊົນ ທີ່ເຂົ້າເກນ ຮັບວັກຊິນ 600 ລ້ານຄົນ ຂະນະນີ້ ອິນເດຍ ມີປະຊາຊົນ ລົງທະບຽນ ຮັບວັກຊິນ 8 ລ້ານກວ່າຄົນ ພາຍຫລັງ ເຈົ້າໜ້າທີ່ ສາທາລະນະສຸກ ຂອງອິນເດຍ ໄດ້ສັກວັກຊິນ ໃຫ້ແກ່ປະຊາຊົນ ກວມເອົາ9%ຈາກປະຊາກອນ ທັງໝົດ1.300 ລ້ານກວ່າຄົນ./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ